Homeຂ່າວພາຍ​ໃນປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ຂຶ້ນເປັນຮອງເຈົ້າແຂວງສະຫວັນນະເຂດ

ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ຂຶ້ນເປັນຮອງເຈົ້າແຂວງສະຫວັນນະເຂດ

Published on

ໃນວັນທີ 20 ມັງກອນ 2025 ທີ່ຫ້ອງວ່າການແຂວງສະຫວັນນະເຂດ, ໄດ້ມີພິທີປະກາດການຈັດຕັ້ງການນຳຂັ້ນສູງ ຂອງແຂວງສະຫວັນນະເຂດຂຶ້ນ ໂດຍໃນໂອກາດນີ້ ໄດ້ຮັບກຽດເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຈັດຕັ້ງສູນກາງພັກ, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ.

ໃນພິທີ, ໄດ້ຜ່ານຄຳສັ່ງວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ສະບັບເລກທີ 01/ນຍ, ລົງວັນທີ 2 ມັງກອນ 2025, ໃນນີ້ນາຍົກລັດຖະມົນຕີໄດ້ອອກຄຳສັ່ງ ຍົກຍ້າຍທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ.

ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະບໍລິຫານພັກ ທັງເປັນກຳມະການປະຈຳພັກແຂວງສະຫວັນນະເຂດ ສະບັບເລກທີ 351/ຄລສພ, ລົງວັນທີ 2 ມັງກອນ 2025, ໃນນີ້ຄະນະເລຂາທິການສູນກາງພັກ ຕົກລົງບົ່ງຕົວແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນກຳມະການຄະນະບໍລິຫານງານ ທັງເປັນກຳມະການປະຈຳພັກແຂວງສະຫວັນນະເຂດ. ພ້ອມນັ້ນ ກໍ່ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານ ສະບັບເລກທີ 92/ຈຂ, ລົງວັນທີ 17 ມັງກອນ 2025, ໃນນີ້ເຈົ້າແຂວງສະຫວັນນະເຂດ ແຕ່ງຕັ້ງທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ.

ແຫຼ່ງຂ່າວ: ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...