Homeຂ່າວພາຍ​ໃນເສຍຫາຍ 4 ຕື້ກວ່າກີບ! ສຳນວນເອກະສານໃບຕາດິນກວ່າ 20,000 ຕອນ ເສຍຫາຍຈາກນ້ຳຖ້ວມຢູ່ແຂວງຫຼວງນ້ຳທາ

ເສຍຫາຍ 4 ຕື້ກວ່າກີບ! ສຳນວນເອກະສານໃບຕາດິນກວ່າ 20,000 ຕອນ ເສຍຫາຍຈາກນ້ຳຖ້ວມຢູ່ແຂວງຫຼວງນ້ຳທາ

Published on

ໃນໄລຍະວັນທີ 14-15 ມັງກອນ 2025, ທ່ານ ນ. ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທ່ານ ຫົວໜ້າຫ້ອງການ, ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມຂອງກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງໄປຢ້ຽມຢາມ ຊຸກຍູ້ ແລະ ຊີ້ນໍາ ການຈັດຕັ້ງປະຕິບັດວຽກ ງານຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ແຂວງ ຫຼວງນໍ້າທາ.

ໃນໂອກາດທີ່ໄດ້ລົງເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານລັດຖະມົນຕີ ພ້ອມຄະນະ ໄດ້ເຂົ້າຢ້ຽມຢາມພົບປະກັບ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງ ແຂວງຫຼວງນໍ້າທາ ທີ່ຫ້ອງວ່າການປົກຄອງແຂວງ ເພື່ອສະເໜີຈຸດປະສົງ ແລະ ແລກປ່ຽນຄຳຄິດຄຳເຫັນ ໃນການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ທ່ານລັດຖະມົນຕີ ຍັງໄດ້ຮັບຟັງການລາຍງານ ສະພາບໄພນ້ຳຖ້ວມ ຢ່າງຮ້າຍແຮງທີ່ສຸດໃນ ຮອບ 45 ປີ ໃນເດືອນກັນຍາ ປີ 2024 ທີ່ຜ່ານມາ ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ຊີວິດຂອງປະຊາຊົນຈຳນວນໜຶ່ງ ໂດຍສະເພາະຢູ່ເມືອງຫຼວງນໍ້າທາ ທີ່ເປັນເມືອງເປົ້າໝາຍຂອງໂຄງການຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ໄດ້ຮັບຜົນກະທົບເປັນມູນຄ່າປະມານ 4 ຕື້ກວ່າກີບ. ນອກຈາກນັ້ນ, ສໍານວນເອກະສານໃບຕາດິນ ລວມ 20.000 ກວ່າຕອນ ໄດ້ຖືກນໍ້າຖ້ວມ.

ໃນໂອກາດນີ້ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ມອບເງິນຊ່ວຍເຫຼືອຈໍານວນໜຶ່ງ ແລະ ຈະໄດ້ກະກຽມສົ່ງຄະນະວິຊາການຈາກກົມກ່ຽວຂ້ອງຂອງກະຊວງ ມາຊ່ວຍແກ້ໄຂວຽກງານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ ໂດຍສະເພາະ ການກູ້ຄືນສໍານວນເອກະສານຕອນດິນ, ການສ້ອມແປງປັບປຸງສະຖານີອຸຕຸນິຍົມ, ຫຼາວັດແທກລະດັບນໍ້າ ແລະ ອື່ນໆ ທີ່ເປ່ເພ ເພື່ອໃຫ້ວຽກງານກັບຄືນສູ່ສະພາບປົກກະຕິໂດຍໄວ.

ທີ່ມາ: ພຊທ ແຂວງຫຼວງນ້ຳທາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...