spot_img
Homeຂ່າວຕ່າງປະເທດTikTok ໃນສະຫະລັດກຽມປິດຕົວລົງໃນວັນທີ 19 ມັງກອນ 2025

TikTok ໃນສະຫະລັດກຽມປິດຕົວລົງໃນວັນທີ 19 ມັງກອນ 2025

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ມັງກອນ 2025 ຜ່ານມານີ້ວ່າ: TikTok ວາງແຜນການປິດປະຕິບັດການຂອງແອບພຣິເຄຊັ່ນ TikTok ໃນສະຫະລັດເຊິ່ງມີຊາວອາເມຣິກາໃຊ້ຫຼາຍກວ່າ 170 ລ້ານຄົນ ໃນວັນອາທິດທີ 19 ມັງກອນ 2024 ນີ້ ເມື່ອຄຳສັ່ງຫ້າມໃຊ້ງານສື່ສັງຄົມອອນລາຍໃນສະຫະລັດມີຜົນບັງຄັບໃຊ້.

ຕາມການລາຍງານລະບຸວ່າ: ໂດນັລ ທຣັມ ວ່າທີ່ປະທານາທິບໍດີສະຫະລັດ ເຊິ່ງເລີ່ມມີວາລະການດຳລົງຕຳແໜ່ງເປັນເວລາ 4 ປີ, ພາຍໃນ 1 ວັນຫຼັງຈາກມີຄຳສັ່ງຫ້າມໃຊ້ງານ TikTok ເລີ່ມມີຜົນບັງຄັບໃຊ້ກຳລັງພິຈາລະນາ ອອກຄຳສັ່ງທາງການບໍລິຫານໃຫ້ລະງັບໃຊ້ຄຳສັ່ງແບນ TikTok ອອກໄປເປັນເວລາ 60-90 ວັນ.

ກົດໝາຍທີ່ລົງນາມໄປເມື່ອເດືອນເມສາປີທີ່ແລ້ວ ກຳນົດຫ້າມດາວໂຫລດແອັບ TikTok ໃໝ່ຜ່ານທາງແອັບສະໂຕ ຫຼື ເພສະໂຕ ຫາກວ່າບໍລິສັດໄບແດັນ (ByteDance) ຂອງຈີນເຊິ່ງເປັນເຈົ້າແອັບ TikTok ຂາຍກິດຈະການໃນຊ່ວງນີ້ ສຳລັບຜູ້ທີ່ດາວໂຫລດອັບນີ້ໃນທາງທິດສະດີແລ້ວ ຍັງຄົງໃຊ້ງານແອັບໄດ້ປົກກະຕິ ຫຼັງຈາກຜ່ານວັນອາທິດນີ້ໄປ ຍົກເວັ້ນກົດໝາຍຫ້າມບໍລິສັດໃນສະຫະລັດ ຢຸດໃຫ້ບໍລິການ ການສ້ອມບຳລຸງ ຫຼື ການອັບເດດ.

ຢ່າງໃດກໍຕາມທາງດ້ານບໍລິສັດໄບແດັນ ກຳລັງພະຍາຍາມຢ່າງໜັກເພື່ອໃຫ້ມີການເລື່ອນການບັງຄັບໃຊ້ກົດໝາຍນີ້ເຊິ່ງລະບຸວ່າເ ການສັ່ງຫ້າມເຊັ່ນນີ້ເປັນການລະເມີດບົດບັນຍັດແກ້ໄຂເພີ່ມເຕີມກົດມາຍສະບັບທີ 1 ວ່າດ້ວຍເສລີພາບໃນການສະແດງຄວາມຄິດເຫັນ.

ແຫຼ່ງຂ່າວ: ສຳນັກຂ່າວໄທ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...