Homeຂ່າວຕ່າງປະເທດອາເມຣິກາ ປະກາດຟື້ນຟູຄວາມສຳພັນກັບ ກູບາ ທີ່ຢຸດສະງັກມາດົນ ກ່ວາເຄິ່ງສະຕະວັດ!

ອາເມຣິກາ ປະກາດຟື້ນຟູຄວາມສຳພັນກັບ ກູບາ ທີ່ຢຸດສະງັກມາດົນ ກ່ວາເຄິ່ງສະຕະວັດ!

Published on

35166904_h33834331

 

ສະຫະລັດອາເມຣິກາ ປະກາດຟື້ນຟູຄວາມສຳພັນທາງການທູດ ແລະ ກຽມຫລຸດຜ່ອນມາດຕະການຂວ້ຳບາດທາງການ

ຄ້າທີ່ອາເມຣິກາບັງຄັບໃຊ້ມາດົນກ່ວາ 5 ທົດສະວັດ.

 

ປະທານາທິບໍດີ ບາຣັກ ໂອບາມາ ຖະແຫລງໃນວັນພຸດທີ 17 ທັນວາຜ່ານມານີ້ວ່າ ພ້ອມທີ່ຈະທົບທວນຄວາມສຳພັນທາງ

ຄ້າ ແລະ ຈະກັບໄປເປີດສະຖານທູດສະຫະລັດ ຢູ່ປະເທດກູບາອີກເທື່ອໃໝ່ ພາຍຫລັງປິດທຳການມາໄດ້ 53 ປີ ຕັ້ງແຕ່ປີ

1961 ເປັນຕົ້ນມາ, ພ້ອມກັນນັ້ນ ທ່ານ ຣາອູນ ກາສໂຕຼ ຜູ້ນຳຂອງກູບາ ກໍໄດ້ຖະແຫລງໃນເວລາຕໍ່ມາທີ່ນະຄອນຫຼວງຮາ

ວານາ ຢືນຢັນອີກເທື່ອໜຶ່ງວ່າ ທັງສອງປະເທດໄດ້ບັນລຸຂໍ້ຕົກລົງ ທີ່ຈະຮື້ຟື້ນຄວາມສຳພັນທີ່ບາດໝາງກັນມາດົນນານ

ກ່ວາເຄິ່ງສະຕະວັດ.

 

ທ່ານ ບາຣັກ ໂອບາມາ ໄດ້ຖະແຫລງຍອມຮັບວ່າ ມາດຕະການຂວ້ຳບາດທາງການຄ້າຂອງສະຫະລັດຕໍ່ກັບກູບາ ເປັນສິ່ງ

ທີ່ລົ້ມເຫລວ ແລະ ຍັງກ່າວອີກວ່າ ຈະທາບທາມລັດຖະສະພາ ເພື່ອໃຫ້ການພິຈາລະນາຍົກເລີກ ພ້ອມໆກັບເລັ່ງເດີນໜ້າ

ສານສຳພັນທາງການທູດ ແລະ ເຊື່ອມໂຍງທາງດ້ານການທ່ອງທ່ຽວກັບກູບາ.  ທ່ານ ໂອບາມາ ໄດ້ກ່າວວ່າ ” ເຮົາຈະຢຸດຕິ

ແນວທາງທີ່ລ່າສະໄໝ ເຊິ່ງຫລາຍທົດສະວັດມານັ້ນໄດ້ລົ້ມເຫລວ ເພື່ອເພີ່ມພູນປະໂຫຍດຂອງເຮົາ ແລະ ເຮົາຈະເລີ່ມຕົ້ນ

ຄວາມສຳພັນອັນເປັນປົກກະຕິລະຫວ່າງສອງປະເທດແທນ ”

 

ທັງນີ້ ສະຫະລັດອາເມຣິກາ ໄດ້ດຳເນີນມາດຕະການຂວ້ຳບາດທາງການຄ້າຕໍ່ກູບາ ມາຕັ້ງແຕ່ປີ 1960 ແລະ ສອງປະເທດ

ບໍ່ມີຄວາມສຳພັນທາງການທູດໃດໆ ມາຕັ້ງແຕ່ປີ 1961.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...