spot_img
Homeຂ່າວຄາດຕະກຳປກສ ແຂວງຫົວພັນ ນຳຕົວຜູ້ກໍ່ເຫດມາທົດສະກຳຄືນຄະດີຄາດຕະກຳເມຍຕົນເອງ

ປກສ ແຂວງຫົວພັນ ນຳຕົວຜູ້ກໍ່ເຫດມາທົດສະກຳຄືນຄະດີຄາດຕະກຳເມຍຕົນເອງ

Published on

ວັນທີ 13 ມັງກອນ 2025 ນີ້ ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ໄດ້ນຳເອົາ ທ້າວ ນາງ ມາທົດສະກຳຄືນຄະດີຄາດຕະກຳເມຍຕົນເອງ ເພື່ອປະກອບຂໍ້ມູນຄຳຮັບສາລະພາບຂອງຜູ້ກ່ຽວ.

ເຫດການດັ່ງກ່າວເກີດຂື້ນໃນເວລາປະມານ 10 ໂມງຂອງວັນທີ 12 ພະຈິກ 2024 ເຈົ້າໜ້າທີ່ ປກສ ເມືອງຊ່ອນ ໄດ້ຮັບແຈ້ງວ່າ: ມີເຫດຄາດຕະກໍາ ຢູ່ສະນໍາໄຮ່ຫ້ວຍປວກຂອບເຂດບ້ານວັດ, ເມືອງຊ່ອນ ແຂວງຫົວພັນ, ຫຼັງຈາກໄດ້ຮັບແຈ້ງ ເຈົ້າໜ້າທີ່ ປກສ ເມືອງຊ່ອນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນລົງກວດກາຈຸດເກີດເຫດ ແລະ ຊັນນະສູດຊາກສົບ ຈິ່ງຮູ້ໄດ້ຜູ້ກະທໍາຜິດຊື່ ທ້າວນາງ ອາຍຸ 24 ປີ ຢູ່ບ້ານວັດ, ເມືອງຊ່ອນ, ແຂວງຫົວພັນ ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງຊ່ອນ ຈິ່ງໄດ້ກັກຕົວຜູ້ກ່ຽວມາດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນກົດໝາຍ.

ຜ່ານການສືບສວນ-ສອບສວນ ທ້າວ ນາງ ໄດ້ສາລະພາບວ່າ ປີ 2020 ໄດ້ແຕ່ງງານກັບ ນາງ ເມັນ ອາຍຸ 22 ປີ ຄົນບ້ານດຽວກັນ ຢູ່ກິນນຳກັນມີລູກ 2 ຄົນ ໃນໄລຍະຜ່ານມາ ທັງສອງ ໄດ້ມີການຜິດຖຽງກັນຫຼາຍຄັ້ງ ວັນທີ 8 ພະຈິກ 2024 ທ້າວນາງ ໄດ້ພາຄອບຄົວ ໄປນອນຢູ່ສະນໍາໄຮ່ຫ້ວຍປວກຂອບເຂດບ້ານວັດ, ເມືອງຊ່ອນ, ແຂວງຫົວພັນ ຫ່າງຈາກບ້ານວັດ ປະມານ 5 ກິໂລແມັດ ເພື່ອປູກຝັງລ້ຽງສັດຕາມລະດູການ ກ່ອນເກີດເຫດເວລາປະມານ 7 ໂມງເຊົ້າຂອງວັນທີ 12 ພະຈິກ 2024 ທ້າວນາງ ຕື່ນນອນແລ້ວຈະໄປຢາມກັບເຫຼັກທີ່ຕົນເອງໄດ້ກາງໄວ້ມື້ກ່ອນນັ້ນ ທ້າວ ນາງ ຈັບເອົາປືນແກັບທີ່ເກາະໄວ້ຝາສະນຳເທິງຫົວບ່ອນນອນ ແຕ່ນາງເມັນ ຜູ້ເປັນເມຍໄດ້ເວົ້າວ່າບໍ່ໃຫ້ໄປ ແລ້ວຈຶ່ງມີການຜິດຖຽງກັນ ທ້າວ ນາງ ຈິ່ງຈັບເອົາປືນແກັບທີ່ເກາະໄວ້ຫົວບ່ອນນອນ, ຜູ້ເປັນເມຍເຫັນວ່າຜູ້ເປັນຜົວບໍ່ຟັງຄວາມຕົນເອງບອກ ຈຶ່ງໄດ້ໃຊ້ຄຳເວົ້າ ຮ້າຍດ່າ ຜົວ ພ້ອມທັງຂູ່ວ່າຊິຂ້າໃຫ້ຕາຍ ແລ້ວໄປເອົາຜົວໃໝ່.

ຫຼັງຈາກນັ້ນ ນາງ ເມັນ ຜູ້ເປັນເມຍ ໄດ້ເຂົ້າໄປຍາດເອົາປືນແກັບ ຈາກມື້ ທ້າວ ນາງ ຜູ້ເປັນຜົວ ເພື່ອຈະຍິງຜົວ ແຕ່ຜູ້ເປັນຜົວໄດ້ຍາດເອົາຄືນ ຜູ້ເປັນເມຍພັດບໍ່ຍອມເຊົາ ພ້ອມກັນຍາດກັນໄປມາ ຜູ້ເປັນເມຍ ຈັບປາຍປືນມາຈ້ຳໃສ່ຫົວເບື້ອງຊ້າຍ ຂອງຕົນເອງ ພ້ອມທັງເວົ້າໃຫ້ຜົວວ່າ ຖ້າເກັ່ງລະຍິງແມ້ພ້ອມທັງໄດ້ໃຊ້ຕີນເຕະຜົວ, ໃນຂະນະນັ້ນ ທ້າວ ນາງ ຜູ້ເປັນຜົວ ເກິດຄວາມໂມໂຫ ແລະ ຄິດວ່າ ຖ້າຜູ້ກ່ຽວບໍ່ຍິງ ເມຍ ເທື່ອໜ້າເມຍ ກໍຈະຍິງຕົນເອງ ຈິ່ງຕັດສິນໃຈ ເກາະໄກປືນເຮັດເຮັດໃຫ້ ນາງ ເມັນ ຜູ້ເປັນເມຍ ເສຍຊິວິດຄາທີ່ ຫຼັງຈາກເຫັນວ່າເມຍຕາຍແລ້ວ ທ້າວ ນາງ ໄດ້ນາບປືນແກັບ(ໃສ່ລູກ) ຄິດວ່າຈະຍິງ ຕົວເອງເພື່ອລົບລີກຄະດີ ແຕ່ໃຈບໍ່ກ້າ ຈິງຕັດສິນໃຈ ມາລາຍງານເຫດການນຳ ປກສ ບ້ານ ປະຈຸບັນ ຄະດີດັ່ງກ່າວ ພວມດຳເນີນຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: ປກສ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...