spot_img
Homeຂ່າວຕ່າງປະເທດWHO ປະກາດ! ແອວກໍຮໍ ເປັນສານກໍ່ມະເຮັງຢ່າງນ້ອຍ 7 ຊະນິດ

WHO ປະກາດ! ແອວກໍຮໍ ເປັນສານກໍ່ມະເຮັງຢ່າງນ້ອຍ 7 ຊະນິດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 14 ມັງກອນ 2025 ນີ້ວ່າ: ທ່ານໝໍ ໝູ ວີລະສັກ ຈະຣັດໄຊສີ ໄດ້ໂພສເປີດເຜີຍຂໍ້ມູນອົງກອນອານາໄມໂລກ ຫຼື WHO ຈັດໃຫ້ເຄື່ອງດື່ມແອວກໍຮໍເປັນສານກໍ່ມະເຮັງ ຜ່ານເຟສບຸກສ່ວນຕົວໂດຍມີເນື້ອໃນລະບຸວ່າ:

ອົງກອນອານາໄມລໂກໄດ້ເຜີຍແຜ່ຖະແຫຼງການໃນວາລະສານ The Lancet Public Health ວ່າ: ການດື່ມແອວກໍຮໍ ບໍ່ວ່າຈະປະລິມານໃດກໍບໍ່ປອດໄພຕໍ່ສຸຂະພາບ ເຊິ່ງແອວກໍຮໍເປັນສານທີ່ມີລິດຕໍ່ຈິດປະສາດ ແລະ ກໍ່ໃຫ້ເກີດການເສບຕິດ ແລະ ຖືກຈັດໃຫ້ຢູ່ໃນກຸ່ມ 1 ທີ່ຢັ້ງຢືນວ່າເປັນສານກໍ່ມະເຮັງໃນມະນຸດເຊິ່ງເປັນອັນຕະລາຍຕັ້ງແຕ່ການດື່ມຄັ້ງທຳອິດ.

ສຳລັບສານແອວກໍຮໍເຮັດໃຫ້ເກີດມະເຮັງຢ່າງນ້ອຍ 7 ຊະນິດລວມເຖິງມະເຮັງຊະນິດທີ່ພົບໄດ້ຫຼາຍທີ່ສຸດເຊັ່ນ: 1 ມະເຮັງຫຼອດອາຫານ, 2 ມະເຮັງຕັບ, 3 ມະເຮັງເຕົ້ານົມ, 4 ມະຮັງລຳໄສ້, 5 ມະເຮັງຊ່ອງປາກ, 6 ມະເຮັງໂພງດັງ ແລະ 7 ມະເຮັງກ່ອງສຽງ.

ຄວາມສ່ຽງໃນການເກີດມະເຮັງເພີ່ມຂຶ້ນຫຼາຍເມື່ອດື່ມແອວກໍຮໍເປັນຈຳນວນຫຼາຍ, ຢ່າງໃດກໍຕາມ ຂໍ້ມູນຫຼ້າສຸດລະບຸວ່າ ເຄິ່ງໜຶ່ງຂອງໂຣກມະເຮັງທັງໝົດ ມີສາເຫດມາຈາກການດື່ມແອວກໍຮໍໃນປະລິມານໜ້ອຍ ແລະ ປານກາງ ຕົວຢ່າງເຊັ່ນ: ວາຍນ້ອຍກວ່າ 1.5 ລິດ, ເບຍນ້ອຍກວ່າ 3.5 ລິດ ຫຼື ເຫຼົ້າບໍ່ເກີນ 450 ມິລີລິດຕໍ່ໜຶ່ງອາທິດ.

ແຫຼ່ງຂ່າວ:WHO

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...