Homeຂ່າວການຊ່ວຍເຫຼືອຍີ່ປຸ່ນຊ່ວຍເຫຼືອລ້າ ກໍ່ສ້າງໂຮງຮຽນປະຖົມສົມບູນບ້ານນາຊູ ເມືອງກາສີ ແຂວງວຽງຈັນ

ຍີ່ປຸ່ນຊ່ວຍເຫຼືອລ້າ ກໍ່ສ້າງໂຮງຮຽນປະຖົມສົມບູນບ້ານນາຊູ ເມືອງກາສີ ແຂວງວຽງຈັນ

Published on

ວັນທີ 13 ມັງກອນ 2025, ຢູ່ຫ້ອງວ່າການແຂວງວຽງຈັນ,ທ່ານ ໂຄອິສຶມິ ສຶໂຕມຶ ເອກອັກຄະຣັດຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຮັດວຽກຢູ່ແຂວງວຽງຈັນ ແລະ ເຊັນສັນຍາການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ (ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານນາຊູ ເມືອງກາສີ ແຂວງວຽງຈັນ) ໃນມູນຄ່າ 57,079 ກ່ວາໂດລາສະຫະລັດ.

ທັງນີ້ລັດຖະບານຍີ່ປຸ່ນຍັງຍົກໃຫ້ເຫັນການພົວພັນຮ່ວມມື ແລະ ການການຊ່ວຍເຫຼືອ ໃນຫຼາຍຂົງເຂດຜ່ານມາ ເປັນການປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ ໄດ້ຮັບການພັດທະນາຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ. ນັບແຕ່ປີ 1995 ເປັນຕົ້ນມາແຂວງວຽງຈັນ ໄດ້ຮັບການຊ່ວຍເຫຼືອເພື່ອພັດທະນາຊັບພະຍາກອນ ມະນຸດ ແລະ ພື້ນຖານໂຄງລ່າງຈາກລັດຖະບານຍີ່ປຸ່ນ ໂດຍຜ່ານສະຖານເອກອັກຄະຣັດຊະທູດຍີ່ປຸ່ນ ປະຈຳ ສປປລາວ ລວມທັງໝົດ 37 ໂຄງການ, ລວມມູນຄ່າການຊ່ວຍເຫຼືອມາຮອດປະຈຸບັນ 2,931,175 ໂດລາສະຫະລັດ.

ແຫຼ່ງຂ່າວ: ແຂວງວຽງຈັນ

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...