spot_img
Homeຂ່າວພາຍ​ໃນຄະນະກຳມະການຮ່ວມມືທະວິພາຄີ ສອງລັດຖະບານ ລາວ-ຫວຽດນາມ ຈັດກອງປະຊຸມ ຄັ້ງທີ 47

ຄະນະກຳມະການຮ່ວມມືທະວິພາຄີ ສອງລັດຖະບານ ລາວ-ຫວຽດນາມ ຈັດກອງປະຊຸມ ຄັ້ງທີ 47

Published on

ກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈຳປີ 2025 ໄດ້ຈັດຂຶ້ນ ໃນວັນທີ 9 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຊີ້ນຳກອງປະຊຸມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີການນຳພັກ, ລັດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງ, ຂະແໜງ ການກ່ຽວຂ້ອງ ຂອງທັງສອງປະເທດ ເຂົ້າຮ່ວມ ແລະ ຕີລາຄາຜົນຂອງການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງການນໍາຂັ້ນສູງ ກໍຄື ແຜນການຮ່ວມມື ລະຫວ່າງສອງລັດຖະບານ ປະຈຳປີ 2024 ແລະ ພ້ອມກັນປຶກສາຫາລືວາງທິດທາງການແຜນການຮ່ວມມື ໃນປີ 2025.

ໂອກາດດັ່ງກ່າວ, ນາຍົກລັດຖະມົນຕີ ຂອງສອງປະເທດ ໄດ້ຕີລາຄາສູງ ຕໍ່ບັນດາຜົນສຳເລັດ ຂອງການຈັດຕັ້ງປະຕິບັດຂໍ້ຕົກລົງແຜນການຮ່ວມມື ປະຈໍາປີ 2024 ກໍຄື ທິດທາງແຜນການຮ່ວມມື ປະຈໍາປີ 2025. ໃນນັ້ນ, ການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ມີສະຖຽນລະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ນັບມື້ນັບຫລາຍຂຶ້ນ, ມູນຄ່າການຄ້າຂອງສອງປະເທດ ບັນລຸໄດ້ຫລາຍກວ່າ 2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 34% ທຽບໃສ່ປີ 2023, ລື່ນຄາດໝາຍທີ່ສອງຝ່າຍ ໄດ້ກຳນົດໄວ້, ການລົງທຶນຂອງຫວຽດນາມຢູ່ລາວ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ໂຄງການຂະໜາດໃຫຍ່ຈໍານວນໜຶ່ງໃນຂົງເຂດພະລັງງານ ເປັນຕົ້ນ ໂຄງການໄຟຟ້າພະລັງງານລົມເຈື່ອງເຊີນ, ໂຄງການພະລັງງານລົມສະຫວັນ 1 ໄດ້ຮັບການຊຸກຍູ້ຈັດຕັ້ງຜັນຂະຫຍາຍເປັນຢ່າງດີ, ເຮັດໃຫ້ມູນຄ່າທຶນຈົດທະບຽນການລົງທຶນ ຂອງວິສາຫະກິດຫວຽດນາມ ເຂົ້າມາລາວ ໃນປີ 2024 ບັນລຸ 191,1 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 61,1% ທຽບໃສ່ປີ 2023. ພ້ອມນີ້, ລັດຖະບານຫວຽດນາມ ໄດ້ສືບຕໍ່ຊ່ວຍທຶນກໍ່ສ້າງ ພະນັກງານ ແລະ ນັກຮຽນ, ນັກສຶກສາລາວ ໄປຮຽນຢູ່ຫວຽດນາມ, ສະເພາະປີ 2025 ນີ້ ແມ່ນ 1.160 ທຶນ.

ຜົນສຳເລັດ ຂອງກອງປະຊຸມໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ກອງປະຊຸມ ໃນຄັ້ງນີ້, ສອງຝ່າຍ ໄດ້ເປັນເອກະພາບຕໍ່ເນື້ອໃນ ຮ່າງບົດບັນທຶກກອງປະຊຸມ ຄັ້ງທີ 47 ແລະ ຮ່າງຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືທະວິພາຄີ ປະຈຳປີ 2025 ເພື່ອໃຫ້ສອງປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ລາຍງານຂໍຄໍາເຫັນຊີ້ນຳ ຈາກສອງນາຍົກລັດຖະມົນຕີ ຂອງສອງປະເທດ ໃນວັນທີ 9 ມັງກອນ 2025 ນີ້.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...