spot_img
Homeຂ່າວການຮ່ວມມືເຈົ້າໜ້າທີ່ຕຳຫຼວດໄທ ເດີນທາງມາຮັບ 2 ຜູ້ຖືກຫາຄະດີສຳຄັນ ທີ່ຫຼົບໜີຂ້າມມາທີ່ປະເທດລາວ

ເຈົ້າໜ້າທີ່ຕຳຫຼວດໄທ ເດີນທາງມາຮັບ 2 ຜູ້ຖືກຫາຄະດີສຳຄັນ ທີ່ຫຼົບໜີຂ້າມມາທີ່ປະເທດລາວ

Published on

ຜູ້ບັງຄັງບັນຊາຕຳຫຼວດພູທອນໜອງຄາຍ ພ້ອມກັບໜ່ວຍງານທີ່ກ່ຽວຂ້ອງ ເດີນທາງມາຮັບມອບ 2 ຜູ້ຖືກຫາຄົນໄທຄະດີສຳຄັນ 2 ຄະດີ ທີ່ຫຼົບໜີຂ້າມມາທີ່ປະເທດລາວ ຈາກກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ຖືເປັນຄວາມຮ່ວມມືອັນດີລະຫວ່າງກັນ ພາຍໃຕ້ຍຸດທະການໄລ່ລ່າແກັງຄ້າຢາຂ້າມປະເທດ.

ເມື່ອເວລາ 10:20 ໂມງ ຂອງວັນທີ 8 ມັງກອນ 2025 ຜູ້ບັງຄັບການຕຳຫຼວດພູທອນຈັງຫວັດໜອງຄາຍ ພ້ອມດ້ວຍຄະນະ ແລະເຈົ້າໜ້າທີ່ໜ່ວຍງານທີ່ກ່ຽວຂ້ອງ, ໄດ້ເດີນທາງຂ້າມມາຮັບມອບຜູ້ຖືກຫາໝາຍຈັບຄະດີສຳຄັນ 2 ຄະດີ. ຜູ້ຖືກຫາທັງສອງຄົນ ເຮັດຄວາມຜິດແລ້ວ ໄດ້ຫຼົບໜີຂ້າມມາຍັງປະເທດລາວ, ໂດຍມີ ພ.ອ. ກົງ ຄະນະສຸກ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ພ້ອມຄະນະເປັນຜູ້ສົ່ງມອບ ນະຫ້ອງປະຊຸມຊັ້ນ 2 ດ່ານສາກົນຂົວມິດຕະພາບລາວ-ໄທ ຝັ່ງປະເທດລາວ. ຖືເປັນຄວາມຮ່ວມມືອັນດີລະຫວ່າງຕຳຫຼວດພູທອນຈັງຫວັດໜອງຄາຍ ກັບກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ທີ່ນັບມື້ຈະມີຄວາມແໜ້ນແຟ້ນເພີ່ມຫຼາຍຂຶ້ນ.

ຈາກນັ້ນໄດ້ນຳຕົວຜູ້ຖືກຫາທັງ 2 ຄົບກັບໄປຍັງດ່ານພົມແດນຂົວມິດຕະພາບໄທ-ລາວ ແຫ່ງທີ 1 ຈັງຫວັດໜອງຄາຍ ໂດຍ ພລ.ຕ.ຕ. ພິໄຣ ອຸດົມພິສຸດທິຄຸນ ຜູ້ບັງຄັບການຕຳຫຼວດພູທອນຈັງຫວັດໜອງຄາຍ ໄດ້ດຳເນີນການສອບຖາມເບື້ອງຕົ້ນຜູ້ຖືກຫາທັງສອງຄົນ.

ສຳລັບຜູ້ຖືກຫາທັງ 2 ຄົນທີ່ມີການສົ່ງມອບໃນຄັ້ງນີ້ ຜູ້ທີ 1 ພິວັດ ຫຼື ເໜ່ງ ຕັນຈະເລີນ, ອາຍຸ 35 ປີ ໂດຍກວ່າຫາວ່າ ຮ່ວມກັນມີຢາເສບຕິດໃຫ້ໂທດປະເພດທີ 1 (ເມທແອມເຟຕາມີນ) ເພື່ອຈຳໜ່າຍ ອັນເປັນການກະທຳເພື່ອການຄ້າ, ໃຊ້ກຳລັງປະສົງຮ້າຍ ຫຼື ຂູ່ເຂັນວ່າຈະໃຊ້ກຳລັງປະສົງຮ້າຍ ໂດຍມີອາວຸດ ຫຼື ໃຊ້ອາວຸດ ແລະກະທຳໃຫ້ເກີດຜົນກະທົບຕໍ່ຄວາມໝັ້ນຄົງຂອງລັດ ຫຼື ຄວາມປອດໄພຂອງປະຊາຊົນທົ່ວໄປ, ພະຍາຍາມຂ້າເຈົ້າພະນັກງານ, ຕໍ່ສູ້ ຫຼື ຂັດຂວງການປະຕິບັດໜ້າທີ່ຂອງເຈົ້າພະນັກງານ ໂດຍໃຊ້ກຳລັງປະສົງຮ້າຍ.ເຊິ່ງລາຍລະອຽດກ່ຽວກັບຄະດີນີ້ ຄືເມື່ອວັນທີ 22 ຕຸລາ 2024 ເວລາປະມານ 22:35 ໂມງ, ເຈົ້າໜ້າທີ່ຕຳຫຼວດ ໄດ້ເຂົ້າຈັບກຸມແກັງຄ້າຢາເສບຕິດໃນພື້ນທີ່ສາຍໄໝ ແລະສາມາດຈັບຜູ້ຖືກຫາໄດ້ 2 ຄົນ, ສ່ວນທ້າວ ເໜ່ງ ຕັນຈະເລີນ ໄດ້ໃຊ້ອາວຸດປືນຍິງເຈົ້າໜ້າທີ່ຕຳຫຼວດເພື່ອເປີດທາງຫຼົບໜີ ແລະສາມາດຫຼົບໜີອອກຈາກທີ່ເກີດເຫດໄປໄດ້.

ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ດຳເນີນການສືບສວນສວບສວນ ຈົນໄດ້ຮູ້ວ່າທ້າຍ ເໜ່ງ ຕັນຈະເລີນ ໄດ້ຫຼົບໜີຂ້າມມາຍັງປະເທດລາວ ຈຶ່ງໄດ້ປະສານຂໍຄວາມຮ່ວມມືໃນການຈັບກຸມມາໄວ້ທີ່ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ເປັນທີ່ມາຂອງຍຸດທະການໄລ່ລ່າແກັງຄ້າຢາຂ້າມປະເທດ.ອີກຄົນແມ່ນຊື່ວ່າ ທ້າວ ສັດຈະຍາ ຫຼື ໂບດ ເພັງນວນ, ໂດຍຖືກກ່າວຫາວ່າ ສະໜັບສະໜຸນ ຜູ້ກະທຳຄວາມຜິດ, ສົມຄົບຄິດຕົກລົງກັນຕັ້ງແຕ່ 2 ຄົນຂຶ້ນໄປ ແລະຮ່ວມກັນຈຳໜ່າຍຢາເສບຕິດໃຫ້ໂທດປະເພດທີ 1 (ເມທແອມຕາມິນ) ຕາມໝາຍຈັບສານອາຍາ ລົງວັນທີ 25 ສິງຫາ 2024.ເຫດເກີດເມື່ອວັນທີ 22 ມິຖຸນາ 2024, ເວລາປະມານ 12:00 ໂມງ, ເຈົ້າໜ້າທີ່ຮ່ວມກັນຈັບກຸມຜູ້ຖືກຫາຈຳນວນ 3 ຄົນ ພ້ອມຂອງກາງຢາບ້າ 184,800 ເມັດ ແລະ ຢາບ້າປຽກນ້ຳ ນ້ຳໜັກລວມ 3,958 ກຣາມ, ອາວຸດປືນພົກສັ້ນ .38 ຍີ່ຫໍ້ Glock 1 ກະບອກ ບໍ່ມີເຄື່ອງໝາຍເລກທະບຽນ ພ້ອມເຄື່ອງລູກປືນຈຳນວນ 47 ນັດ.

ຈາກນັ້ນເຈົ້າໜ້າທີ່ຮ່ວມສອບສວນຂະຫຍາຍຜົນເພື່ອຂໍອະນຸມັດຈັບກຸມບຸກຄົນຜູ້ສັ່ງການ ແລະຮ່ວມກັນກະທຳຄວາມຜິດໃນຄະດີນີ້ ເຊິ່ງຕໍ່ມາຮູ້ວ່າໄດ້ຫຼົບໜີມາທີ່ປະເທດລາວ. ຜູ້ບັງຄັບການຕຳຫຼວດພູທອນຈັງຫວັດໜອງຄາຍ ຈຶ່ງໄດ້ປະສານຂໍຄວາມຮ່ວມມືມາຍັງ ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ເພື່ອຕິດຕາມຈັບກຸມຜູ້ຖືກຫາ ນຳຕົວມາດຳເນີນຄະດີຕາມກົດໝາຍປະເທດໄທ.ຕໍ່ມາທາງປະເທດລາວ ໄດ້ຄວບຄຸມຕົວຜູ້ຖືກຫາຕາມໝາຍຈັບທັງ 2 ລາຍໄດ້ແລ້ວ ຈຶ່ງໄດ້ນຳຕົວມາສົ່ງມອບໃຫ້ທາງການໄທ ເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ.

ທ້າວ ອະພິວັດ ຫຼື ເໜ່ງ ຕັນຈະເລີນ ໜຶ່ງໃນຜູ້ຖືກຫາ ໄດ້ກ່າວຂໍໂທດເຈົ້າໜ້າທີ່ຕຳຫຼວດທີ່ຕົນຍິງ ເພື່ອເປີດທາງຫຼົບໜີ ວ່າບໍ່ໄດ້ຕັ້ງໃຈ ບໍ່ມີເຈດຕະນາທີ່ຈະຍິງ ເກີດອາລົມຊົ່ວວູບ ແລະສະຖານນະການບັງຄັບ.

ຫຼັງຈາກດຳເນີນການຕາມຂັ້ນຕອນຕ່າງໆ ທີ່ຈັງຫວັດໜອງຄາຍແລ້ວ ກໍໄດ້ສົ່ງມອບຕົວຜູ້ຖືກຫາທັງ 2 ຄົນໃຫ້ກັບເຈົ້າໜ້າທີ່ປະຈຳທີ່ເກີດເຫດ ເພື່ອນຳໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ທີ່ມາ: Nongkhai News Online

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...