Homeຂ່າວຕ່າງປະເທດອັບເດດຫຼ້າສຸດ ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວໃນທິເບດ

ອັບເດດຫຼ້າສຸດ ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວໃນທິເບດ

Published on

ອັບເດດຕັວເລກຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຮຸນແຮງຂະນາດ 7.1 ແມັກນິຈູດ ໃນເຂດທິເບດປະເທດຈິນ ເພີ່ມຂຶ້ນຢ່າງໜ້ອຍ 126 ຄົນ ແລະ ບາດເຈັບອີກ 188 ຄົນ ເຈົ້າໜ້າທີ່ຄາດວ່າມີຜູ້ຄົນທີ່ຕິດຢູ່ໃນຊາກອາຄານອີກຈຳນວນຫຼາຍ ຫຼັງມີລາຍງານບ້ານເຮືອນພັງຖະຫຼົ່ມຫຼາຍກວ່າ 3,600 ຫຼັງ.

ອີງຕາມສຳນັກຂ່າວຕ່າງປະເທດການລາຍງານໃນວັນທີ 8 ມັງກອນ 2024 ເຖິງຄວາມຄືບໜ້າເຫດການແຜ່ນດິນໄຫວຮຸນແຮງຂະນາດ 7.1 ແມັກນິຈູດ ທີ່ເຂດປົກຄອງຕົນເອງ ທິເບດ ຂອງປະເທດຈີນ ໃນຊ່ວງເຊົ້າວັນທີ 7 ມັງກ່ອນ 2025 ຕາມເວລາທ້ອງຖິ່ນ.

ສື່ທາງການຈີນລາຍງານໂຕເລກຜູ້ເສຍຊີວິດໃນທິເບດຫຼ້າສຸດ ເພີ່ມຂຶ້ນ 126 ຄົນ ບາດເຈັບອີກ 188 ຄົນ ແຕ່ຍັງບໍ່ມີລາຍງານພົບຜູ້ເສຍຊີວິດຈາກບ່ອນອື່ນ ເຊິ່ງເຫດການແຜ່ນດິນໄຫວໃນຄັ້ງນີ້ໄດ້ສ້າງຄວາມເສຍຫາຍຕໍ່ໂຄງສ້າງພື້ນຖານຢ່າງໜັກ ແລະ ມີອາຄານບ້ານເຮືອນເສຍຫາຍຫຼາຍກວ່າ 3.600 ຫຼັງ.

ພາຍຫຼັງເຫດແຜ່ນດິນໄຫວທາງດ້ານເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ກູ້ໄພຫຼາຍກວ່າ 3.400 ຄົນ ແລະ ບຸກຄາລາກອນທາງການແພດອີກ 340 ຄົນ ລະດົມກຳລັງເລັ່ງໃຫ້ຄວາມຊ່ວຍເຫຼືອບປະຊາຊົນໃນພຶ້ນທີ່ປະສົບໄພ ທ່າມກາງສະພາບທີ່ໜາວເຢັນ ເຊິ່ງກາງຄືນທີ່ຜ່ານມາອຸນຫະພູມຢູ່ທີ່ -6 ອົງສາ ແລະ ຄາດວ່າຈະຫຼຸດລົງຮອດ -16 ອົງສາ ທາງດ້ານລັດຖະບານກາງໄດ້ຈັດສົ່ງຄວາມຊ່ວຍເຫຼືອ ລວມເຖິງເຕັ້ນ ຜ້າຮົ່ມ ແລະ ອຸປະກອນປ້ອງກັນຄວາມໜາວ.

ຢ່າງໃດກໍຕາມຂໍ້ມູນຈາກນັກງານອຸຕຸນິຍົມ ແລະ ອຸທົກກະສາດສະຫະລັດ (USGS) ລະບຸວ່າ: ບໍລິເວນຈຸດເກີດເຫດແຜ່ນດິນໄຫວຄັ້ງນີ້ເຄີຍເກີດຂຶ້ນມາແລ້ວ ເຊິ່ງກ່ອນໜ້ານີ້ມີຂະນາດ 6 ແມັກນິຈູດ ເປັນ 10 ຄັ້ງ ໃນຊ່ວງສັດຕະວັດທີຜ່ານມາ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...