Homeຂ່າວຕ່າງປະເທດເຫດແຜ່ນດິນໄຫວຮຸນແຮງຂະນາດ 7.1 ແມັກນິຈູດຢູ່ເຂດທິເບດຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດ 53 ຄົນ

ເຫດແຜ່ນດິນໄຫວຮຸນແຮງຂະນາດ 7.1 ແມັກນິຈູດຢູ່ເຂດທິເບດຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດ 53 ຄົນ

Published on

ເກີດເຫດແຜ່ນດິນໄຫວຮຸນແຮງໃນເຊດທິເບດປະເທດຈີນ ແຮງສັ່ນສະເທືອນເປັນວົງກວ້າງອອກໄປໄກເຖິງເນປານ ທີ່ຢູ່ຫ່າງ 200 ກິໂລແມັດ ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 7 ມັງກອນ 2025 ເວລາ 08:05 ໂມງເກີດເຫດແຜ່ນດິນໄຫວຮຸນແຮງບໍລິເວນເຂດປົກຄອງຕົນເອງທິເບດຂອງຈີນ ແຜ່ນດິນໄຫວດັ່ງກ່າວມີຄວາມຮຸນແຮງຂະນາດ 7.1 ແມັກນິຈູດ ມີຄວາມເລິກປະມານ 10 ກິໂລແມັດ ຕາມການລາຍງານຫຼ້າສຸດມີຜູ້ເສຍຊີວິດທັງໝົດ 53 ຄົນ ແລະ ບາດເຈັບ 62 ຄົນ.

ແຜ່ນດິນໄຫວສ້າງແຮງສັ່ນສະເທຶືອນໄປໄກເຖິງເນປານ ແລະ ອິນເດຍ ໂດຍປະຊາຊົນຈຳນວນຫຼາຍໄດ້ແລ່ນອອກຈາກບ້ານເຮືອນໃນເມືອງຫຼວງຂອງເນປານ ຫົນທາງເຕັມໄປດ້ວຍປະຊາຊົນທີ່ແຕກຕື່ນຍ້ອນແຮງສັ່ນສະເທືອນ ນອກຈາກນີ້ສື່ຈີນຍັງລາຍງານວ່າ: ມີອາຄານບ້ານເຮືອນໄດ້ຮັບຄວາມເສຍຫາຍຫຼາຍກວ່າ 1000 ຫຼັງ ໂດຍເຈົ້າໜ້າທີ່ກ່ຽວຂ້ອງຂອງຈີນໄດ້ເຂົ້າໃຫ້ການຊ່ວຍເຫຼືອຢ່າງເລັ່ງດ່ວນໃນພຶ້ນທີ່ທີ່ໄດ້ຮັບຜົນກະທົບ ຂະນະທີ່ໄຟຟ້າ ແລະ ນ້ຳປະປາກໍໄດ້ຖືກຕັດຂາດ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...