Homeຂ່າວຕ່າງປະເທດກະຊວງສຶກສາທິການໄທ ຍົກເລິກຊົງຜົມນັກຮຽນ ໃຫ້ສິດເສລີພາບຕໍ່ຜູ້ຮຽນ ໂດຍບໍ່ລະບຸຄວາມຍາວ

ກະຊວງສຶກສາທິການໄທ ຍົກເລິກຊົງຜົມນັກຮຽນ ໃຫ້ສິດເສລີພາບຕໍ່ຜູ້ຮຽນ ໂດຍບໍ່ລະບຸຄວາມຍາວ

Published on

ກະຊວງສຶກສາທິການໄທ ຍົກເລິກຊົງຜົມນັກຮຽນ ບໍ່ລະບຸຄວາມຍາວ ເປີດກວ້າງຮັບຟັງຄວາມຄິດເຫັນ ພ້ອມເປີດໃຫ້ທາງໂຮງຮຽນໂອ້ລົມເພື່ອຫາທາງອອກຮ່ວມກັນ ກ่ຽວກັບການກຳນົດ ຊົງຜົມ-ການແຕ່ງກາຍຢ່າງສ້າງສັນ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ມັງກອນ 2025, ທ່ານ ສິຣິພົງ ອັງສະກຸນກຽດ ໂຄສົກກະຊວງສຶກສາທິການແຫ່ງປະເທດໄທ ໄດ້ກ່າວເຖິງກໍລະນີການຮຽກຮ້ອງການຈົ່ງຜົມຂອງນັກຮຽນ ໂດຍເນັ້ນຍ້ຳເຖິງການຍົກເລິກລະບຽບ ຊົງຜົມນັກຮຽນ ໂດຍການໃຫ້ສະຖານສຶກສາເປີດໂອກາດໃຫ້ນັກຮຽນສະແດງຄວາມຄິດເຫັນ ເພື່ອຄວາມສຳຄັນເລື່ອງສິດເສລີພາບ ສົ່ງເສີມຄວາມຫຼາກຫຼາຍ ແລະ ເປັນທຳໃນທຸກດ້ານ.

ຈາກການທີ່ມີຂໍ້ຮຽກຮ້ອງໃຫ້ມີການແກ້ໄຂປັບປຸງລະບຽບກະຊວງສຶກສາທິການໄທ ວ່າດ້ວຍການຈົ່ງຊົງຜົມຂອງນັກຮຽນໃນປີ 2020 ໄດ້ມີການຊິ້ແຈງວ່າ: ລະບຽບດັ່ງກ່າວໄດ້ຍົກເລີກເປັນລາຍລັກອັກສອນຢ່າງຊັດເຈນ ມີການປະກາດໃນຣາຊກິດຈານຸເບກສາ ລວມທັງອອກໜັງສືແຈ້ງການອີກດ້ວຍ.

ເຊິ່ງໄດ້ລະບຸໃຫ້ມີການເປີດຮັບຟັງຄວາມຄິດເຫັນຈາກທຸກພາກສ່ວນທີ່ກ່ຍວຂ້ອງ ທັງອາຈານ ນັກຮຽນ ແລະ ຜູ້ປົກຄອງ ແລະ ສະເໜີຄວາມເຫັນດີຈາກຄະນະກຳມະການສະຖານສຶກສາ ຫຼື ຄະນະກຳມະການບໍລິຫານໂຮງຮຽນ ກ່ອນປະກາດໃຊ້ເພື່ອຄວາມຊັດເຈນໃນການກຳນົດແນວທາງການປະຕິບັດ ເຊິ່ງສະຖານສຶກສາອາດກຳນົດລັກສະນະຊົງຜົມໄດ້ຕາມຄວາມເໝາະສົມ ສ່ວນການຈະກຳນົດໃຫ້ຜູ້ຮຽນຈົ່ງຜົມລວມເຖິງການແຕ່ງກາຍແບບໃດ ໃຫ້ເປັນໄປຕາມຄວາມເໝາະສົມຂອງສະຖານສຶກສາ ໂດຍໃຫ້ໂຮງຮຽນເປີດຊ່ອງທາງໃຫ້ໂອກາດ ຜູ້ຮຽນໂອ້ລົມກັນເພື່ອຫາທາງອອກທີ່ດີທີ່ສຸດຮ່ວມກັນຢ່າງສ້າງສັນ.

ຢ່າງໃດກໍຕາມ ສະຖານສຶກສາຫຼາຍແຫ່ງຂອງລັດໃນລາວກໍຍັງມີກົດລະບຽບການກຳນົດຊົງຜົມນັກຮຽນ ຫຼື ການແຕ່ງກາຍໃນຊຸດນັກຮຽນຍັງຄົງເປັນໄປຕາມກົດລະບຽບທີ່ທາງກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດໄວ້ຢ່າງຊັດເຈນເນື່ອງຈາກລະບຽບດັ່ງກ່າວເຮັດໃຫ້ນັກຮຽນມີຄວາມເປັນລະບຽບຮຽບຮ້ອຍ ສະອາດຈົບງາມ ແລະ ຕ້ອງໄດ້ປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ.

ແຫຼ່ງຂ່າວ: Thai PBS

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...