spot_img
Homeຂ່າວທ້ອງຖິ່ນເຫດເຮືອຫຼົ້ມ ແລ້ວຈົມນໍ້າ ທີ່ແຂວງວຽງຈັນ ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ

ເຫດເຮືອຫຼົ້ມ ແລ້ວຈົມນໍ້າ ທີ່ແຂວງວຽງຈັນ ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ

Published on

ອີງຕາມໜ່ວຍຄົ້ນຫາໃຕ້ນໍ້ານາກນ້ອຍ ລາຍງານໃນວັນອາທິດທີ 28 ທັນວາ 2024 ເວລາ 6:30 ນາທີ ເກີດເຫດເຮືອຫຼົ້ມ ແລະ ຄົນຈົມນໍ້າຢູ່ທີ່ບ້ານໂພນແພງ ເມືອງທຸລະຄົມ ແຂວງວຽງຈັນ (ຈົມ2ຄົນເປັນພໍ່ແລະລູກ)

ຕາມການລາຍງານໃຫ້ຮູ້ວ່າ: ພໍ່ກັບລູກ ແລະ ອີກ 5 ຄົນ ໄດ້ນັ່ງເຮືອໄປສວນເພື່ອໄປເກັບໝາກກາທັນມາຂາຍ ຂາກັບເກີດເຫດບໍ່ຄາດຄິດເຮືອຫຼົ້ມ, ອີກ 5 ຄົນກຳລັງຈະລອຍກັບຝັ່ງ, ສ່ວນຜູ້ເປັນພໍ່ເຫັນລູກກຳລັງຈະຈົມເລີຍໄດ້ລອຍໄປຊ່ວຍລູກເພື່ອຂື້ນຝັ່ງ ແຕ່ກໍສາມາດຊ່ວຍຂື້ນມາໄດ້ ແລະເຮັດໃຫ້ຜູ້ພໍ່ຈົມນໍ້າໄປກັບລູກ

ຂໍ້ມູນເບື້ອງຕົ້ນ: ຜູ້ເປັນພໍ່ຊື່: ທ້າວພໍ່ມຸກ, ອາຍຸ 51ປີ ບ້ານໂພນແພງ ເມືອງທຸລະຄົມ ເເຂວງວຽງຈັນ ສ່ວນຜູ້ເປັນລູກສາວຊື່ ນາງນົກປີດ ອາຍຸ 20ປີ ບ້ານໂພນແພງ ເມືອງທຸລະຄົມ ແຂວງວຽງຈັນ.

ດັ່ງນັ້ນ, ທາງທີມດຳນໍ້າຈື່ງໄດ້ທຳການຄົ້ນຫາເປັນເວລາ 3-4 ຊົ່ວໂມງກໍບໍ່ພົບ ແຕ່ໃນມື້ຕໍ່ມາວັນທີ 30 ທັນວາ 2024, ສົບລູກກໍໄດ້ຟູຂື້ນມາໃນເວລາ 7 ໂມງເຊົ້າສ່ວນສົບຂອງພໍ່ຍັງບໍ່ທັນພົບເຫັນ
ຂໍສະແດງຄວາມເສຍໃຈນຳຄອບຄົວຍາດຕິພີ່ນ້ອງຜູ້ເສຍຊີວິດໃນເຫດການຄັ້ງນີ້ດ້ວຍ ແລະ ຂໍໃຫ້ພໍ່ແລະລູກໄປສູ່ສຸຂະຕິເດີ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...