Homeຂ່າວຄວາມສະຫງົບກອງພັນເຄື່ອນທີ່ ນວ ພ້ອມໃນການປ້ອງກັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2025

ກອງພັນເຄື່ອນທີ່ ນວ ພ້ອມໃນການປ້ອງກັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2025

Published on

ກໍາລັງກອງພັນເຄື່ອນທີ່ ນະຄອນຫຼວງວຽງຈັນ ມີຄວາມພ້ອມໃນການປະຕິບັດໜ້າທີ່ປ້ອງກັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ 2025 ໃຫ້ມີຄວາມສະຫງົບປອດໄພ 100%

ພັທ ວິລະສອນ ພິໄຂຄຳ ຫົວໜ້າກອງພັນເຄື່ອນທີ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ທິມຂ່າວ ປກສ ໃນວັນທີ 27 ທັນວາ 2024 ວ່າ: ກອງພັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາກອງບັນຊາການ ປກສ ເມືອງ, ປກສ ບ້ານ ອ້ອມຂ້າງນະຄອນຫຼວງວຽງຈັນ ວາງແຜນກະກຽມໃນດ້ານວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະການສ້າງແຜນລວມ, ແຜນສະເພາະ ເພື່ອເຮັດໃຫ້ການສະເຫຼີມສະຫຼອງໃນນະຄອນຫຼວງວຽງຈັນ ກໍ່ຄືການຈັດງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ 2025 (ນັບຖອຍຫຼັງ) ທີ່ຈະຈັດຂຶ້ນຢູ່ທີ່ສວນປະຕູໄຊ ໃຫ້ມີຄວາມສະຫງົບປອດໄພ 100% ແລະ ເຕັມໄປດ້ວຍຄວາມເບີກບາກມ່ວນຊື່ນ.

ສະເພາະການເຄື່ອນໄຫວປະຕິບັດໜ້າທີ່ຂອງກຳລັງກອງພັນເຄື່ອນທີ່ ນວ ໃນຂົງເຂດຄວາມຮັບຜິດຊອບນັບແຕ່ວັນທີ 29 ທັນວາ 2024-1 ມັງກອນ 2025, ໄດ້ມີການວາງແຜນປະຈຳການລວມສູນ ໃນນີ້ແບ່ງອອກເປັນ 3 ຈຸດໃຫຍ່ ຄື: ຈຸດທີ່ 1: ຢູ່ສູນບັນຊາກອງພັນເຄື່ອນທີ່ ນວ ເພື່ອກຽມຄວາມພ້ອມດ້ານກຳລັງ ແລະ ພາຫະນະດ້ານຕ່າງໆ, ຈຸດທີ 2: ນຳກຳລັງປະຈຳຢູ່ສວນປະຕູໄຊ ແລະ ຈຸດທີ 3 ແມ່ນເຄື່ອນໄຫວກວດກາລາດຕະເວນຢູ່ໃນຂອບເຂດພາຍໃນງານ-ນອກງານ ແລະ ຂອບເຂດນະຄອນຫຼວງວຽງຈັນ ຮັບປະກັນໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຈະເກີດຂຶ້ນໃຫ້ທັນເວລາ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...