Homeຂ່າວຄວາມສະຫງົບປກສ ເມືອງໄຊບູລີມອບຂອງກາງຄະດີລັກຊັບພົນລະເມືອງຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງໄຊບູລີມອບຂອງກາງຄະດີລັກຊັບພົນລະເມືອງຄືນໃຫ້ເຈົ້າຂອງເດີມ

Published on

ເຈົ້າໜ້າທີ່ຄະດີອາຍາ-ເສດຖະກິດ ປກສ ເມືອງໄຊບູລີມອບຂອງກາງຄະດີລັກຊັບພົນລະເມືອງຄືນໃຫ້ເຈົ້າຂອງເດີມ ເປັນສາຍຄໍຄ້າຍຄືຄໍາຈໍານວນ 3 ເສັ້ນ ນໍ້າໜັກ 2 ບາດ ແລະ ປະລັກແຂນ ສີຂາວຄ້າຍຄືເງິນ 1 ວົງ

ຕາມການໃຫ້ຂໍ້ມູນໃຫ້ຮູ້ວາ: ໃນວັນທີ 12 ພະຈິກ 2024. ທ້າວ ພູຂົງ ຫຼື ທ້າວເຈັກ ບ້ານກາງ ເມືອງໄຊບູລີ ແຂວງສະຫວັນນະເຂດ. ໄດ້ມາແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຫຼວດຄະດີອາຍາ-ເສດຖະກິດ ເມືອງໄຊບູລີວ່າ: ກະເປົາເງິນຂອງຕົນເສຍຢູ່ພາຍໃນເຮືອນຂອງຕົນເອງໃນວັນທີ 22 ຕຸລາ 2024. ໃນນັ້ນປະກອບມີເງິນກີບຈໍານວນ 18 ລ້ານກີບ. ເງິນບາດໄທ 14 ພັນບາດ. ເງິນໂດລາສະຫະລັດ 300 ໂດລາ. ເງິນຢວນ 50 ຢວນ. ສາຍຄໍຄໍາ 3 ເສັ້ນ ນໍ້າໜັກ 2 ບາດ ແລະ ປະລັກແຂນເງິນ 1 ວົງ.

ຜູ້ເສຍຫາຍຍັງໄດ້ໃຫ້ຂໍ້ມູນເປົ້າ ໝາຍລັກຊັບພົນລະເມືອງຢ່າງຈະແຈ້ງ ຈົນນໍາໄປສູ່ຂະບວນການສືບ-ສວນສອບຂອງເຈົ້າໜ້າທີ່ ແລະ ສາມາດ ກັກຕົວ ທ້າວ ຫວັ່ນ ອາຍຸ 37 ປີ ອາຊີບ ເຮັດນາຢູ່ບ້ານກາງ ເມືອງໄຊບູລີ ເຊິ່ງເປັນ ຜູ້ຕ້ອງຫາມາດໍາເນີນຄະດີໄດ້ຕາມລະບຽບກົດໝາຍ ໃນຄັ້ງວັນທີ 20 ພະຈິກ 2024.

ມາຮອດວັນທີ ວັນທີ 25 ທັນວາ 2024. ຈິ່ງໄດ້ມີການມອບຄືນຂອງກາງຈໍານວນໜຶ່ງທີ່ຢຶດຄືນມາໄດ້ ຈາກຜູ້ຕ້ອງຫາໃນຄະດີດັ່ງກ່າວ ແລະ ມອບຄືນໃຫ້ແກ່ ທ້າວ ພູຂົງ ຫຼື ທ້າວເຈັກ ອາຍຸ 45 ປີ ອາຊີບເຮັດນາຢູ່ບ້ານກາງ ເມືອງໄຊບູລີ ແຂວງ ສະຫວັນນະເຂດ. ປະເພດ ວັດຖຸທີ່ມອບປະກອບມີ ສາຍຄໍຄ້າຍຄືຄໍາຈໍານວນ 3 ເສັ້ນ ນໍ້າໜັກ 2 ບາດ, ປະລັກແຂນສີຂາວຄ້າຍຄືເງິນ 1 ວົງ.

ແຫຼ່ງຂ່າວ: ປສກ ເມືອງໄຊບູລີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...