spot_img
Homeຂ່າວອຸບັດຕິເຫດກົມຕໍາຫຼວດຈະລາຈອນ ອອກແຈ້ງການປ້ອງກັນ-ສະກັດກັ້ນອຸບັດຕິເຫດ ໃນໄລຍະປີໃໝ່ສາກົນ ປະຈໍາປີ 2025

ກົມຕໍາຫຼວດຈະລາຈອນ ອອກແຈ້ງການປ້ອງກັນ-ສະກັດກັ້ນອຸບັດຕິເຫດ ໃນໄລຍະປີໃໝ່ສາກົນ ປະຈໍາປີ 2025

Published on

ກຽມພ້ອມວຽກງານປ້ອງກັນ ແລະ ສະກັດກັ້ນອຸບປະຕິເຫດຈະລາຈອນທາງບົກ
ໃນໄລຍະການສະເຫຼີມ ສະຫຼອງສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ສາກົນ ປະຈໍາປີ 2025
ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ ສາກົນ 2025 ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ຫຼີກເວັ້ນຜົນເສຍຫາຍທາງດ້ານຊີວິດ, ສຸຂະພາບ ແລະ ຊັບສິນ ທີ່ເກີດຈາກອຸປະຕິເຫດຈະລາຈອນທາງບົກ
ເພື່ອສະກັດກັ້ນການລະເມີດລະບຽບການ, ດໍາລັດວ່າດ້ວຍກົດຈະລາຈອນທາງບົກ ແລະ ອື່ນໆ, ເພື່ອຫຼຸດຜ່ອນການເກີດອຸບປະຕິເຫດ ກົມຕຳຫຼວດຈະລາຈອນ ໄດ້ອອກຄຳແນະນຳ ເຖິງພະແນກຕຳຫຼວດຈະລາອຈນ ປກສ ແຂວງ, ນະຄອນຫຼວງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ເອົາໃຈໃສ່ຊີ້ນຳກຳລັງຂອງຕົນ ປະຕິບັດໜ້າທີ່ ອຳນວຍຄວາມສະດວກໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ແລະ ການກວດກາ ບັງຄັບໃຊ້ກົດໝາຍຕໍ່ຜູ້ທີ່ລະເມີດກົດຈະລາຈອນ, ເພືີ່ອເປັນການປ້ອງກັນສະກັດກັ້ນບໍ່ໃຫ້ການເກີດອຸບປະຕິເຫດ ໃນໄລຍະການສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໝ່ ປີ 2025 ຢ່າງເຂັ້ມງວດ.

ກົມຕໍາຫຼວດຈະລາຈອນ ຈຶ່ງໄດ້ອອກແຈ້ງການນີ້ເຖິງ: ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ຜູ້ໃຊ້ລົດ -ໃຊ້ຖະໜົນ ໃຫ້ເຄົາລົບກົດຈະລາຈອນ ແລະ ໃຫ້ຄວາມຮ່ວມມືຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ໂດຍສະເພາະຕໍ່ບັນຫາ ດັ່ງນີ້:

1. ຜູ້ຂັບຂີ່ລົດຕ້ອງກຽມຄວາມພ້ອມ ດ້ານສຸຂະພາບຮ່າງກາຍ, ເອກະສານຂອງຜູ້ຂັບຂີ່ ແລະ ພາຫະນະ ໃຫ້ຄົບຊຸດຕາມລະບຽບການ ເຊັ່ນ: ໃບຂັບຂີ່, ໃບທະບຽນ, ໃບກວດກາເຕັກນິກ, ໃບຢັ້ງຢືນເສຍຄ່າຄຳນຽມທາງ, ປະກັນໄພ, ແລະ ໃບອະນຸຍາດດໍາເນີນທຸລະກິດ ສໍາລັບລົດຂົນສົ່ງສີນຄ້າ ແລະ ລົດໂດຍສານ.
2. ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ ເພື່ອຄວາມປອດໄພຂອງທ່ານ.
3. ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ.
4. ກ່ອນຈະນຳໃຊ້ພາຫະນະຕ້ອງກວດສະພາບເຕັກນິກ ແລະ ຄວາມພ້ອມຂອງພາຫະນະໃຫ້ມີຄວາມຮັບປະກັນເປັນຢ່າງດີ.
5. ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງ ທຸກຄັ້ງໃນເວລາເດີນທາງ.
6. ສະເພາະເສັ້ນທາງດ່ວນ , ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80 km/ຊົ່ວໂມງ.
7. ຜູ້ຂັບຂີ່ພາຫະນະຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນ ຢ່າງເຂັ້ມງວດ, ກໍລະນີລະເມີດ ທາງເຈົ້າໜ້າທີ່ຈະນຳໃຊ້ມາດຕະການສຶກສາອົບຮົມ, ລະເມີດຫຼາຍມາດຕາແມ່ນຈະຂຽນໃບສັ່ງກັກເອກະສານທີ່ກ່ຽວຂ້ອງໄວ້ ( ຖ້າຫາກລະເມີດຮ້າຍແຮງມີຄວາມສ່ຽງທີ່ຈະພາໃຫ້ເກີດອຸບປະຕິເຫດ ເຈົ້າໜ້າທີ່ຈະໄດ້ກັກພາຫະນະໄວ້ຊົ່ວຄາວ ).

ຂໍ້ຫ້າມສໍາລັບຜູ້ຂັບຂີ່ພາຫະນະ.
1. ຫ້າມຜູ້ຂັບຂີ່ພາຫະນະ ນໍາໃຊ້ໂທລະສັບ ໃນເວລາຂັບຂີ່ ຢ່າງເດັດຂາດ.
2. ຫ້າມຜູ້ຂັບຂີ່ດື່ມສີ່ງມືນເມົາ ( ເມົາຫ້າມຂັບຂີ່ລົດ ) ຢ່າງເດັດຂາດ ຖ້າຫາກກວດກາພົບເຫັນ ເຈົ້າໜ້າທີ່ຕຳຫຼວດຈະລາຈອນຈະໄດ້ກັກໄວ້, ຊ່ວງເມົາແລ້ວຈື່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງໝູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ.
3. ຫ້າມຂັບຂີ່ລົດໄວເກີນກົດໝາຍກຳນົດ ( ສຳລັບລົດຂົນສົ່ງໂດຍສານ ຫ້າມແລ່ນໄວເກີນ 80 Km/h ຕາມເສັ້ນທາງຫຼວງ ສະເພາະຢູ່ເຂດນອກເມືອງ )
4. ຫ້າມຜູ້ຂັບຂີ່ດັດແປງສະພາບເຕັກນິກຍານພາຫະນະໂດຍການຕິດຕັ້ງອຸປະກອນປະເພດໄຟສະປອດໄລ້ທີ່ມີຄວາມສະຫວ່າງສູງ (ສົ່ງຜົນກະທົບຕໍ່ຜູ້ຂັບຂີ່ທີ່ສັນຈອນຕາມເສັ້ນທາງໃນຍາມກາງຄືນ).
5. ຫ້າມຂັບຂີ່ພາຫະນະ ເປັນພືງເປັນແພ, ຊ່ວງຊີງກັນຕາມເສັ້ນທາງ ຢ່າງເດັດຂາດ.
6. ຫ້າມນຳໃຊ້ລົດກະບະ ບັນທຸກຄົນໂດຍສານໃສ່ກະບະ ຢ່າງເດັດຂາດ.
7. ຫ້າມນຳໃຊ້ລົດຂົນສົ່ງໂດຍສານ ບັນທຸກສີນຄ້າ ແລະ ບັນທຸກຜູ້ໂດຍສານເກີນກຳນົດ ແລະ ຊ່ວງຊີງເອົາຜູ້ໂດຍສານຢ່າງເດັດຂາດ.
8. ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍ ທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ພາຫະນະຢ່າງເດັດຂາດ.
9. ຫ້າມຈອດລົດຕາມເສັ້ນທາງດ່ວນຢ່າງເດັດຂາດ ( ຍົກເວັ້ນກໍລະນີພາຫະນະເປ່ເພ ).
10. ທາງເຈົ້າໜ້າທີ່ຈະໄດ້ເພີ່ມມາດຕະການກວດກາ ຖ້າບຸກຄົນໃດລະເມີດ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.
11. ສ່ວນການສະເຫຼີມສະຫຼອງປີໃໝ່ ແມ່ນໃຫ້ຈັດຕັ້ງປະຕິບັດຕາມແຈ້ງການ ຂອງອໍານາດການປົກຄອງທ້ອງຖີ່ນ ຂອງຕົນໄດ້ກໍານົດໄວ້.
ຖ້າບຸກຄົນໃດທີ່ລະເມີດຕໍ່ດໍາລັດວ່າດ້ວຍກົດຈະລາຈອນທາງບົກ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...