spot_img
Homeຂ່າວຕ່າງປະເທດໝຸ່ມອິນເດຍສຸດງົງ ເຜີເຮັດໂທລະສັບຕົກລົງໃນຕູ້ບໍລິຈາກ ແຕ່ວັດບໍ່ຍອມຄືນໃຫ້

ໝຸ່ມອິນເດຍສຸດງົງ ເຜີເຮັດໂທລະສັບຕົກລົງໃນຕູ້ບໍລິຈາກ ແຕ່ວັດບໍ່ຍອມຄືນໃຫ້

Published on

ໝຸ່ມອິນເດຍສຸດງົງ ເຜີເຮັດໂທລະສັບຕົກລົງໃນຕູ້ບໍລິຈາກ ແຕ່ວັດບໍ່ຍອມຄືນໃຫ້ ໂດຍອ້າງວ່າເປັນສົມບັດອຸທິດໃຫ້ແກ່ພະເຈົ້າແລ້ວ ເຊິ່ງເປັນໄປຕາມກົດລະບຽບ.

ເວັບໄຊ້ຂ່າວຕ່າງປະເທດ ລາຍງານໃນວັນທີ 24 ທັນວາ 2024 ນີ້ເກີດເຫດການສຸດງົງຂຶ້ນໃນປະເທດອິນເດຍ ເມື່ອຊາຍໜຸ່ມຜູ້ສັດທາລາຍໜຶ່ງບໍລິຈາກເງິນໃສ່ຕູ້ບໍລິຈາກ ແຕ່ເຜີເຮັດໂທລະສັບໄອໂຟນຕົກລົງໄປນຳ ຈຶ່ງໄດ້ແຈ້ງຂໍຄວາມຊ່ວຍເຫຼືອຈາກທາງວັດ ແຕ່ຖືກປະຕິເສດ ເຊິ່ງທາງວັດໄດ້ອ້າງວ່າໂທລະສັບເປັນສົມບັດ ອຸທິດໃຫ້ແກ່ພະເຈົ້າແລ້ວ.

ພາຍຫຼັງເລື່ອງດັ່ງກ່າວໄດ້ຖືກເຜີຍແຜ່ລົງສື່ສັງຄົມອອນລາຍ ທາງດ້ານລັດຖະມົນຕີກະຊວງກິດຈະການສາດສະໜາ ແລະ ການບໍລິຈາກເພື່ອການກຸສົນຂອງກະຊວງຣິນດູ ໄດ້ອອກມາສະໜັບສະໜູນການກະທຳຂອງວັດ ພ້ອມອະທິບາຍວ່າ: ຕາມກົດ “Hundial Rules” ທີ່ປະກາດໃຊ້ໃນປີ 1975 ລະບຸວ່າ: ສິ່ງຂອງໃດ ທີ່ຢູ່ໃນຕູ້ບໍລິຈາກຂອງວັດ ບໍ່ວ່າຈະຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ ທັງໝົດຈະເປັນສ່ວນໜຶ່ງຂອງພະເຈົ້າ ດັ່ງນັ້ນຕາມກົດລະບຽບຈຶ່ງບໍ່ອະນຸຍາດໃຫ້ເຈົ້າໜ້າທີ່ທາງວັດຄືຂອງທີ່ທວາຍແກ່ຜູ້ສັດທາ ຫຼື ຜູ້ທີມາບໍລິຈາກໄດ້ ແຕ່ຈະຫາທາງກັບເຈົ້ານ້າທີ່ກ່ຍວຂ້ອງເພື່ອສຶກສາທາງເລືອກໃນການຊົດໃຊ້ທີ່ເປັນໄປໄດ້.

ທັງນີ້ ອິນເດຍກໍເຄີຍເກີດເຫດການລັກສະນະນີ້ຂຶ້ນໃນປີ 2023 ເຊິ່ງມີຜູ້ຍິງຄົນໜຶ່ງເຜີເຮັດສາຍຄໍຄຳໜັກ 2 ບາດຕົກລົງໄປໃນຕູ້ບໍລິຈາກ ແຕ່ທາງວັດກໍບໍ່ໄດ້ຄືສາຍຄໍໃຫ້ ຈົນລາວໄດ້ແຈ້ງກັບທາງວັດວ່າມີບັນຫາການເງິນ ໃນທີ່ສຸດປະທານວັດກໍໄດ້ໃຊ້ເງິນຂອງຕົວເອງເພື່ອຊື້ສາຍຄໍເສັ້ນໃໝ່ໃຫ້ເປັນຄ່າຊົດໃຊ້.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...