spot_img
Home​ຂ່າວທ່ອງທ່ຽວແຈ້ງການ ການຈັດສັນບ່ອນຈອດລົດ ຈະເຂົ້າໄປຊົມສະຖານທີ່ທ່ອງທ່ຽວ ໃນຕົວເມືອງ ນະຄອນຫຼວງວຽງຈັນ

ແຈ້ງການ ການຈັດສັນບ່ອນຈອດລົດ ຈະເຂົ້າໄປຊົມສະຖານທີ່ທ່ອງທ່ຽວ ໃນຕົວເມືອງ ນະຄອນຫຼວງວຽງຈັນ

Published on

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກອງບັນຊາການ ປ້ອງກັນ ຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ ວຽງຈັນ ຄົ້ນຄວ້ານໍາສະເໜີ ແລະ ໄດ້ຮັບການເຫັນດີຈາກ ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ແລ້ວ, ຈຶ່ງຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຊາບ ແລະ ໃຫ້ຄວາມຮ່ວມມືຕໍ່ການຈັດສັນ ບ່ອນຈອດລົດ ສໍາລັບຜູ້ຈະໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ ຢູ່ໃນໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ:

1. ສະຖານທີ່ທ່ອງທ່ຽວ ພິພິທະພັນມໍລະດົກແຫ່ງຊາດ ພະທາດຫຼວງ ແລະ ບໍລິເວນອ້ອມຮອບ: ອະນຸຍາດໃຫ້ລົດ ບັດ (Bus) ແລະ ລົດຕູ້ (Van) ບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວດັ່ງກ່າວ ເຂົ້າທາງ ດ້ານໜ້າ ສະພາແຫ່ງຊາດ ໄປຈອດສົ່ງ ແລະ ຮັບນັກທ່ອງທ່ຽວ ຢູ່ເດີ່ນສະໜາມຫຼວງ ເບື້ອງໂພນເຄັງ ຫຼື ເບື້ອງ ຫໍພິພິທະພັນກອງທັບ; ໃນຕໍ່ໜ້ານີ້ ຫ້ອງການມໍລະດົກ ນະຄອນຫຼວງວຽງຈັນ ຈະຈັດຫາລົດໂດຍສານນ້ອຍ (ລົດໄຟຟ້າ) ມາບໍລິການຮັບ-ສົ່ງນັກທ່ອງທ່ຽວ ຈາກຈຸດຈອດລົດ ຫາທາງຈຸດເຂົ້າພິພິທະພັນພະທາດຫຼວງ, ທັງນີ້ ກໍເພື່ອບໍ່ໃຫ້ມີຄວາມສັ່ນສະເທືອນ ສົ່ງຜົນກະທົບຕໍ່ຮາກຖານ-ໂຄງສ້າງ ແລະ ບໍ່ບົດບັງຕໍ່ທັດສະນີຍະພາບທີ່ ສວຍງາມຂອງອົງພະທາດຫຼວງ.

2. ສະຖານທີ່ທ່ອງທ່ຽວມໍລະດົກແຫ່ງຊາດປະຕູໄຊ, ສວນປະຕູໄຊເກົ່າ ແລະ ພາກຂະຫຍາຍ: ອະນຸຍາດໃຫ້ລົດບັດ (Bus) ແລະ ລົດຕູ້ (Van) ບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວດັ່ງກ່າວ ຈອດໄດ້ ຊົ່ວຄາວ ພາຍໃນ 3 ຫາ 5 ນາທີ ຕໍ່ຄັນ ຕໍ່ຄັ້ງ ເພື່ອສົ່ງ-ຮັບນັກທ່ອງທ່ຽວ ຢູ່ລານຈອດລົດສວນປະຕູໄຊເກົ່າ ແລະ ພາກຂະຫຍາຍ ແລ້ວນໍາລົດອອກໄປຈອດລໍຖ້າກັບມາຮັບນັກທ່ອງທ່ຽວ ຢູ່ຕາມລານຈອດລົດທີ່ທາງການໄດ້ຈັດສັນໄວ້; ຫ້າມເດັດຂາດບໍ່ໃຫ້ຈອດລົດກາຍເວລາທີ່ກຳນົດໃຫ້, ຜູ້ທີ່ລະເມີດ ຈະຖືກປັບໃໝ ແຕ່ 1 ລ້ານ ກີບ ຫາ 2 ລ້ານ ກີບ ຕໍ່ຄັນ ຕໍ່ຄັ້ງ.

3. ສະຖານທີ່ທ່ອງທ່ຽວອື່ນໆ ໃນໃຈກາງຕົວເມືອງນະຄອນຫຼວງວຽງຈັນ: ກໍອະນຸຍາດໃຫ້ລົດບັດ (Bus) ແລະ ລົດ ຕູ້ (Van) ບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວແຕ່ລະບ່ອນ ຈອດໄດ້ຊົ່ວຄາວ ພາຍໃນ 3 ຫາ 5 ນາທີ ຕໍ່ຄັນ ຕໍ່ຄັ້ງ ເພື່ອສົ່ງ-ຮັບນັກທ່ອງທ່ຽວ ຢູ່ແຄມທາງໃກ້ສະຖານທີ່ທ່ອງທ່ຽວ ຄ້າຍຄືກັນກັບປະຕິບັດ ຢູ່ສວນປະຕູໄຊ; ຜູ້ທີ່ລະເມີດກໍຈະຖືກປັບໃໝ່ເທົ່າເຊັ່ນກັນ.

4. ຫ້າມເດັດຂາດ ບໍ່ໃຫ້ຈອດລົດທຸກຂະໜາດ, ທຸກປະເພດ ຕາມແຄມທາງໃນຕົວເມືອງ ນະຄອນຫຼວງວຽງຈັນ ລຽນກັນກວມເອົາ 2 ເລນ ເພາະຈະກິດຂວາງເສັ້ນທາງຈະລາຈອນ, ທັງເປັນສາເຫດຕົ້ນຕໍເຮັດໃຫ້ລົດຕິດໃນຕົວ ເມືອງ; ຜູ້ທີ່ລະເມີດ ຈະຖືກປັບໃໝ ແຕ່ 1 ລ້ານ ກີບ ຫາ 2 ລ້ານ ກີບ ຕໍ່ຄັນ ຕໍ່ຄັ້ງ.

5. ຫ້າມເດັດຂາດ ບໍ່ໃຫ້ລົດບັນທຸກໜັກທຸກຂະໜາດ ແລະ ທຸກຊະນິດ ຈອດຢູ່ຕາມແຄມທາງ ແລະ ສະຖານທີ່ ທ່ອງທ່ຽວ ໃນໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ, ຍົກເວັ້ນແຕ່ໄດ້ຮັບອະນຸຍາດເປັນກໍລະນີຈໍາເປັນສະເພາະ ຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ຫຼື ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ; ຜູ້ທີ່ ລະເມີດ ຈະຖືກປັບໃໝ ແຕ່ 1 ລ້ານ ກີບ ຫາ 10 ລ້ານ ກີບ.

6. ຫ້າມເດັດຂາດ ບໍ່ໃຫ້ລົດລໍ້ໝາກກະລັ່ງ ຈອດຂາຍເຄື່ອງຕາມແຄມທາງ ໃກ້ສະຖານທີ່ທ່ອງທ່ຽວ ໃນໃຈກາງຕົວ ເມືອງນະຄອນຫຼວງວຽງຈັນ, ຜູ້ລະເມີດ ຈະຖືກປັບໃໝ ແຕ່ 5 ແສນ ກີບ ຫາ 1 ລ້ານ ກີບ.

7. ພາຫະນະທຸກຊະນິດ ນັບແຕ່ 3 ລໍ້ ຂຶ້ນໄປ ຕ້ອງມີຖົງ ຫຼື ພາຊະນະໄວ້ໃສ່ຂີ້ເຫຍື້ອ; ຫ້າມເດັດຂາດ ບໍ່ໃຫ້ໂຍນ ຫຼື ກວາດຂີ້ເຫຍື້ອອອກຈາກພາຫະນະຂອງຕົນ ໃສ່ຖະໜົນຫົນທາງ ແລະ ສະຖານທີ່ສາທາລະນະ, ຜູ້ທີ່ລະເມີດ ຈະຖືກປັບໃໝ ແຕ່ 1 ລ້ານ ກີບ ຫາ 5 ລ້ານກີບ ຕໍ່ຄັນ ຕໍ່ຄັ້ງ.

ດັ່ງນັ້ນ, ຈຶ່ງແຈ້ງມາບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ຈົ່ງໃຫ້ຄວາມຮ່ວມມືຈັດຕັ້ງ ປະຕິບັດ ຢ່າງເຂັ້ມງວດ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...