spot_img
Homeຂ່າວພາຍ​ໃນນະຄອນຫຼວງວຽງຈັນ ແກ້ໄຂຄະດີຢາເສບຕິດ ໄດ້ 965 ເລື່ອງ ກັກຜູ້ຖືກຫາ 1,834 ຄົນ

ນະຄອນຫຼວງວຽງຈັນ ແກ້ໄຂຄະດີຢາເສບຕິດ ໄດ້ 965 ເລື່ອງ ກັກຜູ້ຖືກຫາ 1,834 ຄົນ

Published on

ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຈັດຂຶ້ນໃນລະຫວ່າງວັນທີ 16-24 ທັນວາ 2024 ວ່າ: ປີ 2024 ນີ້, ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ຮັບປະກັນໄດ້ຄວາມສະຫງົບປອດໄພ ທົ່ວສັງຄົມໂດຍພື້ນຖານ, ໂດຍສະເພາະ ແມ່ນໃນໄລຍະກອງປະຊຸມສຸດຍອດອາ ຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ແລະ ກອງປະຊຸມກ່ຽວຂ້ອງ ທີ່ນະ ຄອນຫຼວງວຽງຈັນເປັນເຈົ້າພາບ; ສຸມໃສ່ປະຕິບັດໂຄງການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຕາມແຜນການທີ່ວາງໄວ້, ໂດຍສະເພາະແມ່ນ ການຄວບຄຸມ ແລະ ແກ້ໄຂບັນ ຫາປະກົດການຫຍໍ້ທໍ້ ແລະ ການຖືອາວຸດເສິກ, ສາມາດສ້າງບ້ານປ້ອງກັນຄວາມ ສະຫງົບ ໄດ້ 412 ບ້ານ.

อาจเป็นรูปภาพของ 1 คน และ แท่นบรรยาย

ເຊິ່ງໄດ້ເຮັດໃຫ້ເກີດຄວາມສະຫງົບ ພາຍໃນນະຄອນຫຼວງວຽງຈັນ ໄດ້ເປັນສ່ວນໃຫຍ່, ໄດ້ສຸມໃສ່ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຕາມຊາຍ ແດນ ເພື່ອປ້ອງກັນການລັກລອບຂ້າມ ແລະ ຄ້າ-ຂາຍເຖື່ອນຕາມຊາຍແດນແບບຜິດກົດໝາຍ; ໃນຍາມເກີດໄພພິບັດນໍ້າຖ້ວມ ແລະ ໄຟໄຫມ້ ກອງກໍາລັງ ປກຊ ແລະ ປກສ ໄດ້ສຸມໃສ່ແກ້ໄຂຢ່າງທັນການ.

ไม่มีคำอธิบายรูปภาพ

ທ່ານ ອາດສະພັງທອງ ສີພັນດອນ ຍົກໃຫ້ເຫັນຕື່ມວ່າ: ນອກຈາກນີ້, ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງປະຕິບັດ 6 ແຜນວຽກຈຸດສຸມ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຢ່າງຕັ້ງຫນ້າ, ໃນນີ້: ແມ່ນໄດ້ລົງເຄື່ອນໄຫວໂຄສະນາ, ສຶກສາອົບຮົມໃນກຸ່ມເປົ້າໝາຍ ເຊັ່ນ: ໂຄສະນາ ເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ຜ່ານສື່ສັງຄົມອອນລາຍ; ໂຄສະນາຢູ່ຫົວໜ່ວຍທຸລະກິດ, ໂຄສະນາຢູ່ຕາມບ້ານ, ຕາມສະຖານທີ່ໂຮງຮຽນ ແລະ ໄດ້ສຶກສາອົບຮົມເປົ້າໝາຍພົວພັນຢາເສບຕິດ ຢູ່ຂັ້ນພື້ນຖານບ້ານ ຈໍານວນ 236 ຄັ້ງ, ມີຜູ້ເຂົ້າຮ່ວມ 959 ຄົນ, ຍິງ 63 ຄົນ; ແກ້ໄຂຄະດີຢາເສບຕິດ ໄດ້ 965 ເລື່ອງ, ກັກຜູ້ຖືກຫາ 1,834 ຄົນ, ຍິງ 207 ຄົນ ພ້ອມທັງຍຶດເຄື່ອງກາງຄະດີປະ ເພດຕ່າງໆ. ນອກຈາກນັ້ນໄດ້ປິ່ນປົວ, ຟື້ນຟູຜູ້ຕິດຢາເສບຕິດ ແລະ ສົ່ງກັບຄືນບ້ານເຮືອນຂອງຕົນ ໄດ້ 455 ກວ່າຄົນ, ປັດຈຸບັນທີ່ສູນສົມສະຫງ່າ ກໍາລັງສຸມໃສ່ປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ຈໍານວນ 969 ຄົນ, ຍິງ 53 ຄົນ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...