spot_img
Homeຂ່າວຕ່າງປະເທດສາເຫດແທ້ໆຂອງການເສຍຊີວິດຂອງນັກຮ້ອງລູກທົ່ງໄທ

ສາເຫດແທ້ໆຂອງການເສຍຊີວິດຂອງນັກຮ້ອງລູກທົ່ງໄທ

Published on

ອັບເດດຄວາມຄືບໜ້າ, ສາເຫດຂອງການເສຍຊີວິດຂອງ ຜິງ ຊະຢາດາ ບໍ່ແມ່ນຈາກການນວດ ແຕ່ພົບແມ່ນການຕິດເຊື້ອໃນກະແສເລືອດ ສຳລັບສາເຫດການເສຍຊີວິດ.

ອີງຕາມການລາຍກງານຜ່ານສຳນັກຂ່າວ Thairath ຈາກກໍລະນີ ຜິງ ຊະຢາດາ ອາຍຸ 20 ປີ ນັກຮ້ອງລູກທົ່ງໝໍລຳລົດແຫ່ຈາກປະເທດໄທ ໄດ້ເສຍຊີວິດເມື່ອວັນທີ 8 ທັນວາ 2024 ທີ່ຜ່ານມາ ຫຼັງຈາກທີ່ໄປນວດຢູ່ຮ້ານນວດແຫ່ງໜຶ່ງໃນເທດສະບານນະຄອນອຸດອນທານີ ເມື່ອປະມານ 3 ເດືອນກ່ອນ ເນື່ອງຈາກຜູ້ກ່ຽວມີອາການປວດບໍລິເວນຄໍ ແລະ ບ່າ ໂດຍໄດ້ລະບຸວ່າ ມີການຫັກຄໍ ຫຼື ບິດຄໍ ຫຼັງຈາກນັ້ນກໍໄດ້ມີອາການປວດຊາຕາມຕົນໂຕ. ເມື່ອໄປຫາໝໍຜົນເອັກສະເລເຫັນວ່າກະດູກຄໍເຄື່ອນທັບເສັ້ນປະສາດ ກ່ອນທີ່ອາການຈະຮຸ່ນແຮງຂຶ້ນຈົນຕ້ອງໄປຮັກສາໃນຫ້ອງ ICU ເປັນເວລາ 10 ມື້ ກ່ອນຈະເສຍຊີວິດ ທີ່ໂຮງໝໍເທດສະບານນະຄອນອຸດອນທານີ.

ຄວາມຄືບໜ້າຫຼ້າສຸດ, ຄະນະສຳນັກງານສາທາລະນະສຸກຈັງຫວັດອຸດອນທານີ ໄດ້ຈັດຖະແຫຼງການ ເພື່ອອັບເດດສາເຫດການເສຍຊີວິດຂອງ ຜິງ ຊະຢະດາ ໃນເວລາ 09:00 ໂມງ ຂອງວັນທີ 9 ທັນວາ 2024, ຜົນກວດໄດ້ພົບວ່າ ສາເຫດຂອງການເສຍຊີວິດ ແມ່ນເກີດມາຈາກອາການຕິດເຊື້ອໃນກະແສເລືອດ ແລະຍັງກວດພົບການຕິດເຊື້ອຣາ. ເຊິ່ງສາເຫດຂອງການຕິດເຊື້ອໃນຄັ້ງນີ້ ແມ່ນຍັງບໍ່ສາມາດລະບຸໄດ້ຢ່າງຊັດເຈນວ່າເກີດຂຶ້ນມາຈາກໃສໄດ້ແດ່, ອາດຈະຕິດມາກ່ອນ ການໄປໃຊ້ບໍລິການຮ້ານນວດ ຫຼື ຕິດເຊື້ອໃນຊ່ວງທີ່ມີອາການເຈັບປ່ວຍແລ້ວນອນຕິດຕຽງ ໂດຍອີງໃສ່ກັບຫຼັກຖານທາງວິທະຍາສາດປະກອບເຂົ້ານຳການກວດຫາສາເຫດ. ທັງນີ້ກໍຂຶ້ນກັບຍາດພີ່ນ້ອງຂອງຜູ້ເສຍຊີວິດໃນການໃຊ້ສິດຮ້ອງທຸກເພື່ອຫາສາເຫດຕໍ່ໄປ.

ຢ່າງໃດກໍຕາມ, ຈາກການລົງກວດຮ້ານນວດດັ່ງກ່າວ ໂດຍສຳນັກງານສາທາລະນະສຸກຈັງຫວັດອຸດອນທານີ ຮ່ວມກັບສູນບໍລິການສຸຂະພາບທີ 8 ເຫັນວ່າ ຮ້ານນວດໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ, ມີພະນັກງານນວດ 7 ຄົນ, ສາມາດສະແດງໃບຮັບຮອງການເຝິກອົບຮົມແບບການນວດເພື່ອສຸຂະພາບ 150 ຊົ່ວໂມງໄດ້ 6 ຄົນ, ອີກ 1 ຄົນແມ່ນກວດສອບຜ່ານລະບົບອິເລັກໂທນິກ ລະບຸວ່າຜ່ານການເຝິກອົບຮົມ 150 ຊົ່ວໂມງເຊັ່ນດຽວກັນ.

ສຳລັບພະນັກງານນວດທີ່ນວດໃຫ້ກັບຜູ້ເສຍຊີວິດທັງ 2 ເທື່ອແມ່ນຍັງບໍ່ສາມາດໃຫ້ຄຳຕອບໄດ້ເທື່ອ ເຊິ່ງຍັງຢູ່ໃນຂັ້ນຕອນຂອງການໄລ່ເຫດການຄືນ ເນື່ອງຈາກຜູ້ເສຍຊີວິດໄດ້ເຂົ້າມາໃຊ້ບໍລິການທີ່ຮ້ານນວດດັ່ງກ່າວດົນແລ້ວ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...