Homeຂ່າວພາຍ​ໃນປະທານສານປະຊາຊົນສູງສຸດ ລາຍງານພົບຜູ້ພິພາກສາກະທຳທີ່ຜິດຕໍ່ລະບຽບກົດໝາຍ 3 ຄົນ

ປະທານສານປະຊາຊົນສູງສຸດ ລາຍງານພົບຜູ້ພິພາກສາກະທຳທີ່ຜິດຕໍ່ລະບຽບກົດໝາຍ 3 ຄົນ

Published on

ໃນໂອກາດຂຶ້ນສະເໜີບົດລາຍງານການເຄື່ອນໄຫວວຽກ ງານປະຈໍາປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຂອງສານປະຊາຊົນ ແລະ ສານທະຫານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ຫ້ອງປະຊຸມສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ໃນວັນທີ 28 ພະຈິກ 2024, ທ່ານ ນາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ໄດ້ລາຍງານໃຫ້ຮູ້ວ່າ:

อาจเป็นรูปภาพของ 1 คน, ดอกไม้ และ แท่นบรรยายຜ່ານການຕິດຕາມກວດກາ ເຫັນວ່າມີຜູ້ພິພາກສາໄດ້ມີການປະພຶດ, ກະທຳຜິດຕໍ່ລະບຽບກົດໝາຍເຊິ່ງໄດ້ປະຕິບັດວິໄນ 3 ຄົນຄື: (1) ປະຕິບັດວິໄນ 1 ຄົນ ໂດຍໃຫ້ປົດຊັ້ນຜູ້ພິພາກສາ ຈາກຊັ້ນສາມເປັນຊັ້ນສອງ; (2) ບໍ່ໃຫ້ປະຕິບັດໜ້າທີ່ເປັນຜູ້ພິພາກສາ ໂດຍສັບຊ້ອນໄປເຮັດວຽກບໍລິຫານ ເປັນເວລາ 2 ປີ ຈຳນວນ 1 ຄົນ; (3) ໂຈະການປະຕິບັດໜ້າທີ່ຈົນກ່ວາຈະດໍາເນີນຂັ້ນຕອນຕາມກົດໝາຍສິ້ນສຸດ 1 ຄົນ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...