Homeຂ່າວພາຍ​ໃນງານມະຫະກຳບຸນຊ້າງ ປະຈໍາປີ 2025 ແຂວງໄຊຍະບູລີ ຈະຈັດຂຶ້ນໃນວັນທີ 18-24 ກຸມພາ 2025

ງານມະຫະກຳບຸນຊ້າງ ປະຈໍາປີ 2025 ແຂວງໄຊຍະບູລີ ຈະຈັດຂຶ້ນໃນວັນທີ 18-24 ກຸມພາ 2025

Published on

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ແຂວງ ໃນວັນທີ 27 ພະຈິກ ນີ້ວ່າ: ງານມະຫະກຳບຸນຊ້າງ ປະຈໍາປີ 2025 ແຂວງໄຊຍະບູລີ, ຈະຈັດຂຶ້ນໃນລະຫວ່າງວັນທີ 18-24 ກຸມພາ 2025, ຊຶ່ງເປັນການຮ່ວມມືລະຫວ່າງອົງການປົກຄອງແຂວງ ແລະ ສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີຮ່ວມກັນຈັດງານມະຫະກໍາບຸນຊ້າງເປັນປີທີສອງ. ສຳລັບການຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໃນປີ 2025ນີ້ ຖືວ່າເປັນຄັ້ງທີ 18, ມີຊ້າງເຂົ້າຮ່ວມ 50 ໂຕ ຕາມຈໍານວນປີຄົບຮອບຂອງການສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ.

May be an image of 5 people, dais and text

ຊຶ່ງປະກອບມີກິດຈະກຳຕ່າງໆເຊັ່ນ: ໃນວັນທີ 18 ກຸມພາ 2025 ຕອນເຊົ້າ ຈະມີການແຂ່ງຂັນແລ່ນມິນິມາລາທອນ, ເຮັດພິທີຄອບເລົ່າ, ບໍລິການຂີ່ຊ້າງທົ່ວໄປ, ຕອນຄໍ່າຊົມການສະແດງສິລະປະວັນນະຄະດີ, ວັນທີ 19-20 ກຸມພາ 2025 ເປັນການຝຶກຊ້ອມໃຫຍ່ຂະບວນແຫ່ຂອງຊ້າງ, ກ້ອນກໍາລັງຂອງ 8 ເຜົ່າ, ກ້ອນກໍາລັງຂອງແຕ່ລະເມືອງ ແລະ ກ້ອນສະແດງຕ່າງໆ ໃນພິທີເປີດງານ. ໃນຕອນແລງຂອງ ວັນທີ 19 ກຸມພາ 2025 ຈະມີພິທີເປີດຕະຫຼາດນັດວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ.

May be an image of 9 people, elephant and text

ວັນທີ 20 ກຸມພາ 2025 ຝຶກຊ້ອມການສະແດງຊ້າງຄໍາຮູ້, ຕອນຄໍ່າ ປະກວດນາງສາວທິດາບຸນຊ້າງ. ໃນຕອນເຊົ້າຂອງວັນທີ 21 ກຸມພາ 2025 ເປັນມື້ ຕັກບາດອຸທິດສ່ວນກຸສົນໃຫ້ຊ້າງ ແລະ ຄວນຊ້າງ; ກວດກາຄວາມພ້ອມຮອບດ້ານໃຫ້ແກ່ການເປີດງານຢ່າງເປັນທາງການ. ໃນວັນທີ 22 ກຸມພາ 2025 ເປັນມື້ເປີດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ຢ່າງເປັນທາງການ ແລະ ຊົມການສະແດງການບິນ (ພາລາມໍເຕີ); ການຂີ່ບານລູນຊົມຕົວເມືອງ, ຜາຂີ້ໝິ້ນ, ຜາຊ້າງ ແລະ ເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ. ວັນທີ 23 ກຸມພາ 2025 ບໍລິການຂີ່ຊ້າງຊົມເມືອງ, ທ່ຽວຊົມການສະແດງຂອງຊ້າງ ແລະ ບັນດາກິດຈະກໍາຕ່າງໆໃນງານບຸນ ແລະ ການຂີ່ບານລູນຊົມທິວທັດທໍາມະຊາດພາຍໃນແຂວງ; ໃນຕອນຄໍ່າຈະມີການສະແດງຄອນເສີດ. ວັນທີ 24 ກຸມພາ 2025 ແມ່ນພິທີປິດງານມະຫະກໍາບຸນຊ້າງ ແລະ ມອບລາງວັນຕ່າງໆໃຫ້ຊ້າງ ແລະ ກ້ອນຂະບວນແຫ່ຂອງແຕ່ລະເມືອງ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...