spot_img
Homeຂ່າວພາຍ​ໃນກວດພົບເປົ້າໝາຍພົວພັນການສໍ້ລາດບັງຫຼວງ 208 ຄົນ

ກວດພົບເປົ້າໝາຍພົວພັນການສໍ້ລາດບັງຫຼວງ 208 ຄົນ

Published on

ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ ໄດ້ຂຶ້ນລາຍງານຜົນການກວດກາຕາມມະຕິສະພາ ສະບັບເລກທີ 113/ສພຊ, ລົງວັນທີ 21 ພະຈິກ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ພະ ຈິກ 2024.
ຜ່ານການປະຕິບັດວຽກງານຕົວຈິງໄດ້ຮັບຜົນສໍາເລັດຫລາຍດ້ານໃນນີ້ ສະເພາະການ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງ ຫຼວງ ໄດ້ຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສໍາເລັດ ດັ່ງນີ້:

May be an image of 1 person and dais– ດໍາເນີນການສືບສວນ-ສວບສວນຄະດີສໍ້ລາດບັງຫຼວງສຳເລັດ 04 ເລື່ອງ ມີຄວາມເສຍຫາຍທັງໝົດເປັນເງິນກີບ 115,08 ຕື້ກີບ, ເປັນເງິນບາດ 3,2 ລ້ານບາດ, ເປັນເງິນໂດລາ 25,61 ລ້ານໂດລາສະຫະລັດ, ເປັນເງິນຢວນ 7,8ລ້ານຢວນ; ພົວພັນກັບເປົ້າໝາຍ 208 ຄົນ, ດຳເນີນຄະດີ 40 ຄົນ ມີຕ່າງປະເທດ 02 ຄົນ, ກັກຕົວ 39 ຄົນ, ແກ້ໄຂທາງລະບຽບບໍລິຫານ 158 ຄົນ; ໃນນີ້ ເກັບກູ້ໄດ້ແລ້ວເປັນເງິນກີບ 63,62 ຕື້ກີບ, ເປັນເງິນບາດ 200.000 ບາດ, ເປັນເງິນໂດລາ 4.700 ໂດລາສະຫະລັດ, ເປັນເງິນຢວນ 5,19 ລ້ານຢວນ; ຍັງເກັບກູ້ບໍ່ໄດ້ ເງິນ ກີບ 51,46 ຕື້ກີບ, ເງິນບາດ 3,0 ລ້ານບາດ, ເງິນໂດລາ 25,60 ລ້ານໂດລາສະຫະລັດ ແລະ ເງິນຢວນ 2,63 ລ້ານຢວນ, ກຳລັງດຳເນີນການສືບສວນ-ສອບສວນ ມີ 02 ເລື່ອງ, ມີຄວາມເສຍຫາຍ ເປັນເງິນກີບ 300 ລ້ານກວ່າກີບ, ເປັນເງິນໂດລາ 10 ລ້ານກວ່າໂດລາສະຫະລັດ, ມີເປົ້າໝາຍພົວພັນ 04 ຄົນ, ດຳເນີນຄະດີ 04 ຄົນ, ກັກຕົວ 03 ຄົນ, ຍັງບໍ່ໄດ້ກັກຕົວ 01 ຄົນ; ໃນນີ້ ເກັບກູ້ໄດ້ 10 ລ້ານກວ່າໂດລາສະຫະລັດ ກັບ 100 ລ້ານກວ່າກີບ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...