spot_img
Homeຂ່າວພາຍ​ໃນເລັ່ງຫາສາເຫດນັກທ່ອງທ່ຽວຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ

ເລັ່ງຫາສາເຫດນັກທ່ອງທ່ຽວຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ

Published on

ຈາກກໍລະນີທີ່ເກີດເຫດການນັກທ່ອງທ່ຽວຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ ແຂວງວຽງຈັນ, ເຊິ່ງສາເຫດໃນເບື້ອງຕົ້ນ ອາດເກີດຍ້ອນດື່ມເຄື່ອງດື່ມ ທີ່ມີສານພິດເຈືອປົນ ແລະ ບັນຫາອື່ນໆ ຢູ່ເຮືອນພັກແຫ່ງໜຶ່ງ ໃນວັນທີ 12 ພະຈິກ 2024 ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ໃນນັ້ນ, ຜູ້ທີ 1 ເສຍຊີວິດກັບທີ ຢູ່ເຮືອນພັກດັ່ງກ່າວ ແລະ ອີກ 2 ຄົນ, ມີອາການສາຫັດ ໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍສູນກາງ ຢູ່ນະຄອນຫຼວງວຽງຈັນ. ຫລັງຈາກນັ້ນກໍໄດ້ເສຍຊີວິດໃນເວລາຕໍ່ມາ.

May be an image of pool

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 23 ພະຈິກ 2024 ນີ້ວ່າ: ຕໍ່ກັບເຫດການນັກທ່ອງທ່ຽວເສຍຊີວິດ ໃນເຮືອນພັກ ຢູ່ເມືອງວັງວຽງ ນັ້ນ, ການນຳຂັ້ນເມືອງ ກໍຄື ພະແນກການ ທີ່ກ່ຽວຂ້ອງ ໄດ້ຮີບຮ້ອນ ລົງຕິດຕາມ, ກວດກາ, ຊຸກຍູ້ ໃຫ້ຫົວໜ່ວຍທຸລະກິດ, ຜູ້ປະກອບການ ເພື່ອຈັດຕັ້ງປະຕິບັດຕາມມາດຕະການຕ່າງໆ ຕາມລະບຽບຫລັກການ ຢ່າງເຄັ່ງຄັດ ເຊິ່ງໃນເບື້ອງຕົ້ນ ໄດ້ແນະນຳໃຫ້ຫ້ອງການທີ່ກ່ຽວຂ້ອງ ປະສານສົມທົບກັນແຈ້ງປິດກິດຈະການ ການບໍລິການ ຢູ່ເຮືອນພັກດັ່ງກ່າວ.

May be an image of 2 people, newsroom and text

ພ້ອມກັນນັ້ນ, ກໍໄດ້ໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເກັບກຳຂໍ້ມູນ ແລະ ບັນຫາຕ່າງໆທີ່ພົວພັນເຖິງການເຈັບປ່ວຍ ກໍຄື ການເສຍຊີວິດຂອງນັກທ່ອງທ່ຽວ ເພື່ອຊອກຫາສາເຫດ ທີ່ຊັດເຈນ. ຕໍ່ກັບສະພາບ ແລະ ເຫດການ ທີ່ເກີດຂຶ້ນ ແມ່ນມີຜົນກະທົບ ແລະ ສ້າງພາບພົດ ທີ່ບໍ່ດີຕໍ່ການຄຸ້ມຄອງ ກໍຄື ການທ່ອງທ່ຽວຂອງ ສປປ ລາວ ໂດຍສະເພາະ ແມ່ນການທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຊິ່ງມີຫລາຍປັດໄຈ ແລະ ສາເຫດ ຕ້ອງໄດ້ພິຈາລະນາແກ້ໄຂ ໃນສະເພາະໜ້າ ແລະ ຍາວນານ ໃຫ້ເປັນລະບົບກົມກຽວກັນ ເປັນຕົ້ນ ຈະດໍາເນີນມາດຕະການຕາມລະບຽບກົດໝາຍ ຕໍ່ຫົວໜ່ວຍທຸລະກິດ, ຜູ້ປະກອບການ ທີ່ມີສ່ວນພົວພັນໃນການບໍລິການ ອາຫານ ແລະ ເຄື່ອງດື່ມ ເປັນເຫດໃຫ້ຜູ້ມາໃຊ້ບໍລິການ ມີການເສຍຊີວິດ ແລະ ເຈັບປ່ວຍ ໃຫ້ທັນສະພາບການ ແລະ ເຂັ້ມງວດ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...