spot_img
Homeຂ່າວພາຍ​ໃນເຫດການເຮືອບິນລົງຈອດສຸກເສີນທີ່ແຂວງຄຳມ່ວນ

ເຫດການເຮືອບິນລົງຈອດສຸກເສີນທີ່ແຂວງຄຳມ່ວນ

Published on

ກາຍເປັນປະເດັນໃຫຍ່ໃນສື່ສັງຄົມອອນລາຍ ກໍລະນີມີພາບເຮືອບິນລົງຈອດສຸກເສີນທີ່ທົ່ງນາ ແຂວງຄຳມ່ວນ. ນອກນີ້ຍັງມີການເຄື່ອນຍ້າຍເຮືອບິນລຳດັ່ງກ່າວແຕ່ແຂວງຄຳມ່ວນຂຶ້ນມານະຄອນຫຼວງວຽງຈັນ ເຮັດໃຫ້ຜູ້ສັນຈອນໄປມາພົບເຫັນ ພ້ອມເກັບພາບ-ບັນທຶກວີດີໂອ ລົງໃນສື່ສັງຄົມອອນລາຍຂອງຕົນ ແລະ ມີການສະແດງຄວາມຄິດເຫັນໄປຕ່າງໆນາໆຈາກຜູ້ໃຊ້ສື່ສັງຄົມອອນລາຍ.

ຫຼ້າສຸດ, ວັນທີ 19 ພະຈິກ 2024 ນີ້, ກອງບັນຊາການທະຫານອາກາດກອງທັບປະຊາຊົນລາວໄດ້ໃຫ້ສໍາພາດຕໍ່ເຫດການເຮືອບິນລົງຈອດສຸກເສີນທີ່ແຂວງຄໍາມ່ວນໃນຂະນະທີ່ກໍາລັງບິນກັບຈາກການປະຕິບັດໜ້າທີ່ ຜ່ານສະຖານີໂທລະພາບກອງທັບປະຊາຊົນລາວ ຊ່ອງ LATV ໂດຍໃຫ້ຮູ້ວ່າ:

ໃນວັນທີ 14 ພະຈິກ 2024, ທະຫານອາກາດໄດ້ຮັບໜ້າທີ່ບິນຮັບໃຊ້ການລົງຮາກຖານ ຈາກນະຄອນຫຼວງວຽງຈັນ ໄປ ແຂວງຄຳມ່ວນ ແລ້ວລົງທ້ອງຖິ່ນ ພາຍຫຼັງສຳເລັດການປະຕິບັດໜ້າທີ່ແລ້ວກໍໄດ້ບິນກັບຄືນແຂວງຄຳມ່ວນ ກ່ອນຈະຮອດຈຸດລົງຈອດປະມານ 12 ກິໂລແມັດ, ຄວາມສູງປະມານ 700 ແມັດ ຫ່າງຈາກໜ້າດິນ, ໄດ້ເກີດມີເຫດການເຮືອບິນສັ່ນຜິດປົກກະຕິ ນັກບິນກໍໄດ້ຕັດສິນລົງຈອດສຸກເສີນໂດຍປອດໄພທຸກຢ່າງ ຜູ້ໂດຍສານບໍ່ເປັນຫຍັງ.

ສຳລັບເຫດການຄັດຂ້ອງດັ່ງກ່າວ ແມ່ນໃບພັດຫ່າງ 1 ໃນ 3 ຂອງເຮືອບິນມີການແຊກຂາດ ເຊິ່ງແມ່ນແຜ່ນຄວາມຮ້ອນ ຫຼື ວ່າຕ້ານນໍ້າແຂງ ເຮັດໃຫ້ຂາດຄວາມດຸນດ່ຽງຈົນນຳພາເຮືອບິນມີການສັ່ນແຮງ. ສ່ວນວ່າເກີດຂຶ້ນໄດ້ແນວໃດ ແມ່ນຍັງຕ້ອງໄດ້ມີການວິເຄາະ ແລະ ກວດສອບຕື່ມອີກ.

ເຮືອບິນແມ່ນສາມາດພື້ນຟູ ປ່ຽນອາໄຫຼ່ ແລ້ວນຳກັບມານຳໃຊ້ໄດ້ປົກກະຕິ, ເນື່ອງຈາກວ່າເຮືອບິນບໍ່ໄດ້ຈອດຢູ່ຕົວເມືອງ ບໍ່ໄດ້ຈອດຢູ່ເດີນບິນ ສະນັ້ນ, ຕ້ອງຖອດໃບພັດອອກແລ້ວໃສ່ລົດລາກຂຶ້ນມານະຄອນຫຼວງວຽງຈັນ ເພື່ອສືບຕໍ່ຊ້ອມແປງ ແລະ ຄົ້ນຄ້ວາຫາເຫດຜົນຕໍ່ໄປ.

ຕໍ່ເຫດການດັ່ງກ່າວ, ໃຫ້ຮູ້ຕື່ມອີກວ່າ ທາງກອງທັບອາກາດກໍໄດ້ປະຕິບັດຕາມຫຼັກການບົວລະບັດຮັກສາເຮືອບິນຕາມທີ່ກຳນົດ. ພ້ອມນັ້ນ, ຍັງຈະສົບທົບກັບໂຮງງານຜະລິດ ສຶກສາຄົ້ນຄ້ວາວ່າເຫດຜົນແມ່ນຫຍງແທ້ ເພື່ອວາງມາດຕະຖານສະກັດກັ້ນບໍ່ໃຫ້ເກີດເຫດອີກ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...