spot_img
Homeຂ່າວການສຶກສາສະເໜີລັດຖະບານ ເອົາໃຈໃສ່ຍົກລະດັບການສຶກສາໃຫ້ຫລາຍຂຶ້ນກວ່າເກົ່າ

ສະເໜີລັດຖະບານ ເອົາໃຈໃສ່ຍົກລະດັບການສຶກສາໃຫ້ຫລາຍຂຶ້ນກວ່າເກົ່າ

Published on

ທ່ານ ປອ. ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກ 2024 ນີ້ວ່າ: ຄຸນນະພາບຂອງການສືກ ສາ ມີລັກສະນະທົດຖອຍລົງ ເຖິງວ່າການສຶກສາລາວມີການພັດທະນາຂຶ້ນຫຼາຍ ເພາະປັດຈຸບັນນັກຮຽນຊັ້ນປະຖົມ-ມັດທະຍາ ເກັ່ງຂຶ້ນຫຼາຍທັງພາສາຕ່າງປະເທດ ແລະ ເຕັກໂນໂລຊີ, ແຕ່ເມື່ອທຽບກັບບັນດາປະເທດທີ່ພັດທະນາ ໂດຍສະເພາະໃນອາຊຽນ ເຫັນວ່າລາວເຮົາພັດທະນາຊ້າກວ່າຫຼາຍ.

ດັ່ງນັ້ນ, ທ່ານສະເໜີໃຫ້ລັດຖະບານຍົກລະດັບຄຸນນະພາບການສຶກສາໃຫ້ທຽບທັນກັບບັນດາປະເທດ, ເພີ່ມງົບປະມານໃຫ້ການສຶກສາ ໂດຍສະເພາະກຸ່ມສຶກສາຢູ່ເຂດຫ່າງໄກສອກຫຼີກ ເພື່ອເຮັດໃຫ້ພື້ນຖານໂຄ່ງລ່າງໃຫ້ເໝາະ ແລະ ເຄື່ອງມືການການສຶກສາຕ່າງໆ ໂດຍເຮົາມາປຽບທຽບວ່າ ການສຶກສາໃນພາກເອກະຊົນເຫັນວ່າ ນັກຮຽນເພີ່ມຂຶ້ນ ບໍ່ມີຫຼຸດລົງ ຕັ້ງແຕ່ອະນຸບານ ຈົນຮອດ ມໍປາຍ.

ພ້ອມນີ້ ຕ້ອງສືບຕໍ່ຍົກສູງຄຸນນະພາບການຄຸ້ມຄອງໂຮງຮຽນ ແລະ ການສິດສອນຂອງພາກລັດ ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກ ຕິດພັນກັບການຝຶກອົບຮົມ ແລະ ຍົກລະດັບຄ່າຄອງຊີບ ຫຼື ຊີວິດການເປັນຢູ່ຂອງຄູອາຈານ, ລວມເຖີງປັບປຸງຫຼັກສູດ ມໍ ປາຍ ໃຫ້ເອົາວິຊາຊີບມາໃສ່ໃຫ້ຫຼາຍຂຶ້ນ ໂດຍສະເພາະການສອບ ເສັງ ມໍ ປາຍ ໃຫ້ເພີ່ມວິຊາຊີບເຂົ້າໄປ, ປັບຮູບແບບການຮຽນ-ການສອນຂອງສາຍອາຊີບວຽກງານສຶກສາຊັ້ນສູງ ໃຫ້ມີຫຼາຍຮູບແບບຮຽນ ແລະ ເຮັດວຽກໄປນໍາ ເພາະວ່າອຸດສາຫະກໍາແຮງງານຕ້ອງການແຮງງານຫຼາຍ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...