spot_img
Homeຂ່າວທ້ອງຖິ່ນປະກາດຮັບຮອງ ພະທາດຫຼວງຈຽງຕຶງ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ແຫ່ງທີ 1

ປະກາດຮັບຮອງ ພະທາດຫຼວງຈຽງຕຶງ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ແຫ່ງທີ 1

Published on

ແຂວງຫລວງນໍ້າທາ ໄດ້ຈັດພິທີປະກາດຮັບຮອງ ພະທາດຫຼວງຈຽງຕຶງ ເມືອງສິງ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ແຫ່ງທີ 1 ຂອງ ແຂວງຫຼວງນໍ້າທາ ເພື່ອເປັນການສົ່ງເສີມປີທ່ອງທ່ຽວລາວ 2024 ໃນວັນທີ 15 ພະຈິກ 2024 ຜ່ານມາ, ໂດຍການເຂົ້າ ຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍປະຊາຊົນພາຍໃນເມືອງສິງເຂົ້າຮ່ວມ.

ພະທາດຫຼວງຈຽງຕຶງເປັນພະທາດ ທີ່ມີປະຫວັດຄວາມເປັນມາແຕ່ດົນນານ ແລະ ເປັນມິ່ງຂວັນຂອງຊາວພຸດສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ, ຕາມໜັງສືທີ່ບັນທຶກໄວ້ ພະທາດຫຼວງຈຽງຕຶງ ສ້າງຕັ້ງຂື້ນໃນປີ ພສ 400 ໂດຍ ພະຍາອະໂສະກະ ໄດ້ນຳພາປະຊາຊົນຊາວເມືອງສິງ ສ້າງພະທາດຫຼວງຈຽງຕຶງ ຂຶ້ນໂດຍນຳເອົາກະດູກຄໍຫອຍຂອງພະເຈົ້າ 50 ພະອົງ ຫລັງຈາກນັ້ນ 1,618 ປີ, ໃນປີ ພສ 2018 ພະຍາແທນໄຮ້ ໄດ້ນຳພາປະຊາຊົນຊາວເມືອງສິງບັນດາເຜົ່າພ້ອມກັນສ້າງໃຫ້ເປັນດວງທາດ ແລະ ຖືວ່າເປັນການປະຕິສັງຂອນພະທາດຫຼວງຈຽງຕຶງ ຄັ້ງທີ 1. ພສ 2351 ຄັ້ງທີ 2 ,ພສ 2431 ຄັ້ງທີ 3, ພສ 2500 ຄັ້ງທີ 4, ພສ 2563 ຄັ້ງທີ 5 ປິ.

ມາຮອດ ປີ 2024 ,ລວມອາຍຸ ພະທາດຫຼວງຈຽງຕຶງ 2166 ປີ ແລະ ໃນປີ ພສ 2566 ທ່ານ ວຽງສະຫວັດ ສີພັນດອນ ພ້ອມພັນລະຍາ ນາງ ສົມວິໄລວົງ ສຸຂະວົງ ແລະ ຍາດພີ່ນ້ອງ ໄດ້ເປັນເຈົ້າສັດທາ ສ້າງກຸຕິສົງ 1 ຫຼັງ ແລະ ຫ້ອງນໍ້າ ພ້ອມທັງອອກແບບຕົບແຕ່ງ ໜອງສະລະ ໜອງສັກສິດ, ປຸກຕົ້ນໄຮ 7 ສີ, ປູກຕົ້ນໄມ້ປະດັບປະດາຕົບແຕ່ງ ຂອບເຂດບໍລິເວນສັກສິດ ພະທາດຫຼວງຈຽງຕຶງ.

ການປະກາດຮັບຮອງ ພະທາດຈຽງຕຶງ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ເປັນການຍົກລະດັບ ແລະ ປະຊາສໍາພັນສະຖານທີ່ທ່ອງ ຕາມທິດພັດທະນາການທ່ອງທ່ຽວຂອງແຂວງ ກໍຄືລັດຖະບານ ທັງເປັນການດຶງດູດ ແລະ ປ່ຽນພຶດຕິກໍາຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຈາກພຽງແຕ່ເດີນທາງຜ່ານໃຫ້ກາຍນັກທ່ອງທ່ຽວ ແລະ ພະທາດຈຽງຕຶງ ຈະກາຍເປັນໜຶ່ງໃນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວ.
ທີ່ມາ: LNR

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...