Homeຂ່າວກິລາທີມຊາດລາວບຸກຕີສະເໝີທີມຊາດໄທ ໃນເກມອຸ່ນເຄື່ອງ ກ່ອນລຸຍເສິກຊິງແຊ້ມອາຊຽນ 2024

ທີມຊາດລາວບຸກຕີສະເໝີທີມຊາດໄທ ໃນເກມອຸ່ນເຄື່ອງ ກ່ອນລຸຍເສິກຊິງແຊ້ມອາຊຽນ 2024

Published on

ທີມຊາດລາວສາມາດຕີສະເໝີ 1-1 ທີມຊາດໄທສຳເລັດ ໃນເກມການແຂ່ງຂັນນັດອຸ່ນເຄື່ອງ (FIFA TIER 1 INTERNATIONAL FRIENDLY MATCH)  ໃນວັນອາທິດ 17 ພະຈິກ 2024 ຜ່ານມາ ທີ່ສະໜາມກິລາທຳມະສາດ ປະເທດໄທ.

ສຳລັບລາຍຊື່ 11 ຜູ້ຫຼິ້ນຕົວຈິງຂອງທີມຊາດລາວປະກອບມີ: 18.ໄຊສະຫວາດ ສຸວັນນະໂຊກ (ຜູ້ຮັກສາປະຕູ), 3.ພຸດທະວົງ ສັງວິໄລ, 4.ອານັນຕາຊາ ສີພົງພັນ, 5.ເພັດດາວັນ ສົມສະນິດ, 20.ແສງດາວວີ ຫັນທະວົງ, 14.ໂຈນີ້ ແຫວນປະເສີດ, 17.ບຸນພະຈັນ ບຸນກອງ (ຫົວໜ້າທີມ), 9.ກີ້ດາວອນ ສຸວັນນີ, 11.ສຸກພະຈັນ ເລື່ອນທະລາ, 18.ພຸດທະໄຊ ໂຄຈະເລີນ, 16.ດາໝົດ ທອງຄຳສະຫວັດ.

ບັນຍາກາດການແຂ່ງຂັນທັງສອງທີມສູ້ກັນໄດ້ຢ່າງສູສີໂດຍທັບນັກກິລາທີມຊາດໄທບຸກໜັກເພື່ອຫວັງປະຕູ ແຕ່ທີມຊາດລາວກໍສ້າງເກມຮັບໄດ້ຢ່າງໜຽວແໜ້ນຈົນຈົບເວລາເຄິ່ງທຳອິດໂດຍສະເໝີກັນໄປ 0-0 ປະຕູ, ເຄິ່ງເວລາທີ 2 ທີມຊາດໄທບຸນໜັກຕໍ່ເນື່ອງຈຶ່ງສາມາດອອກນຳທີມຊາດລາວໄດ້ສຳເລັດ ໂດຍການຍິງປະຕູຂອງໝາຍເລກ 16 ເສກສັນ ລາຕີ ໃນນາທີທີ່ 60 ຈາກ ນັ້ນເກມໄດ້ດຳເນີນໄປຢ່າງດຸເດືອດ ແລະ ແລກກັນ ຈົນລາວໄດ້ຈັງຫວະມາຕີສະເໝີຢ່າງສວຍງາມໂດຍການຍິງປະຕູຂອງໝາຍເລກ 17 ບຸນພະຈັນ ບຸນກອງ ຫົວໜ້າທີມຊາດລາວ ໃນນາທີທີ່ 69 ຫຼັງຈາກນັ້ນໄທກໍບຸກໃນຫຼາຍຈັງຫວະ ແຕ່ລາວກໍມີເກມຮັບທີ່ດີ ແລະ ຊ່ວຍກັນຍັນສະເໝີຈົນໝົດເວລາໄດ້ 1-1 ປະຕູ.

ສຳລັບຜົນງານທີມຊາດລາວໃນເກມການແຂ່ງຂັນອຸ່ນເຄື່ອງ 2 ນັດຜ່ານມາພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ອຸ່ນເຄື່ອງນັດທຳອິດ ລາວ1-3 ມາເລເຊຍ ໃນວັນທີ 14 ພະຈິກ 2024, ອຸ່ນເຄື່ອງນັດທີ 2 ລາວ 1-1 ໄທ ໃນວັນທີ 17 ພະຈິກ 2024.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...