Homeຂ່າວຢາເສບຕິດກັກຕົວໄວໜຸ່ມສົ່ງຢາເສບຕິດ ພ້ອມຂອງກາງຢາບ້າເກືອບ 2 ແສນເມັດ

ກັກຕົວໄວໜຸ່ມສົ່ງຢາເສບຕິດ ພ້ອມຂອງກາງຢາບ້າເກືອບ 2 ແສນເມັດ

Published on

ປກສ ແຂວງຜົ້ງສາລີ ລາຍງານວ່າ: ວັນທີ 24 ຕຸລາ 2024 ຜ່ານມາ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ ສົມທົບກັບ ກອງບັນຊາການ ປກສ ເມືອງໃໝ່ ໄດ້ກັກຕົວ ທ້າວ ສາຍ, ອາຍຸ 27ປີ, ສັນຊາດລາວ ຢູ່ບ້ານຈອມແຈ່ວໃໝ່ ເມືອງໃໝ່ ແຂວງຜົ້ງສາລີ ໃນຂໍ້ຫາ ມີຢາເສບຕິດໄວ້ຄອບຄອງ ແລະ ຄ້າ-ຂາຍຢາເສບຕິດ ປະເພດຢາບ້າ, ພາຍຫລັງໄດ້ຮັບແຈ້ງຂໍ້ມູນ ແລະ ມີການຕິດຕາມຢ່າງໃກ້ຊິດ, ຜ່ານການກວດຄົ້ນພົບເຫັນຂອງກາງຢາບ້າຈໍານວນ 30 ແພັກ, ເທົ່າກັບ 180,000 ເມັດ.

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໃຫ້ການຮັບສາລະພາບວ່າ: ຂອງກາງຢາບ້າຈໍານວນດັ່ງກ່າວເປັນຂອງຕົນແທ້ ໂດຍທີ່ຄົນຮູ້ຈັກກັນມາຫຼິ້ນຢູ່ເຮືອນແລ້ວບອກໃຫ້ຊອກຊື້ຢາບ້າມາໃຫ້ ເພື່ອຈະນໍາໄປຂາຍ. ພາຍຫຼັງໄດ້ຢາບ້າມາແລ້ວຜູ້ກ່ຽວຈະນໍາໄປຂາຍຕໍ່ໃຫ້ຜູ້ຮ່ວມຂະບວນການ ແຕ່ພໍມາຮອດເຮືອນພັກແຫ່ງໜຶ່ງໃນເທສະບານເມືອງໃໝ່ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນຂະຫຍາຍຜົນຊອກຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບຂອງກົດໝາຍຢ່າງເຂັ້ມງວດ.

ແຫຼ່ງຂ່າວ: ປກສ ແຂວງຜົ້ງສາລີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...