spot_img
Homeຂ່າວຕ່າງປະເທດສະຫຼົດ! ນັກກິລາບານເຕະເສຍຊີວິດຍ້ອນຖືກຟ້າຜ່າ ທີ່ປະເທດເປຣູ

ສະຫຼົດ! ນັກກິລາບານເຕະເສຍຊີວິດຍ້ອນຖືກຟ້າຜ່າ ທີ່ປະເທດເປຣູ

Published on

ອີງຕາມສຳນັກຂ່າວ CNN ລາຍງານໃນວັນທີ 5 ພະຈິກ 2024 ຜ່ານມາ ເກີດເຫດການສະຫຼົດໃນວົງການກິລາບານເຕະອີກຄັ້ງ ຫຼັງຈາກເກມການແຂ່ງຂັນທີ່ປະເທດເປຣູ ລະຫວ່າງ ທີມ ຍູເວັນຕຸດ ເບລາວິສຕາ ພົບກັບ ທີມ ເຟມິເລຍ ເມື່ອເກມການແຂ່ງຂັນດຳເນີນມາໄດ້ 23 ນາທີ ເຫດການທີ່ບໍ່ຄາດຄິດກໍເກີດຂຶ້ນ ຟ້າໄດ້ຜ່າລົງມາກາງສະໝາມບານເຕະ ຈົນເຮັດໃຫ້ນັກກິລາເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 7 ຄົນ.

ຕາມການລາຍງານຫຼັງຈາກທີ່ນັກກິລາທີ່ຖືກຟ້າຜ່າເຮັດໃຫ້ລົ້ມລົງທັງໝົດ 8 ຄົນ ແລະ ຜູ້ເສຍຊີວິດຊື່ວ່າ: ຮູໂກ ເດີລາຄູດ ອາຍຸ 39 ປີ ເຊິ່ງຕາມຄລິປວີດີໂອຈະເຫັນວ່າຖືກຟ້າຜ່າຈົນເຮັດໃຫ້ຄວັນອອກຈາກໂຕ ແລະ ນັກເຕະທີ່ໄດ້ຮັບບາດເຈັບຖືກນຳຕົວສົ່ງໂຮງໝໍຢ່າງເລັ່ງດ່ວນ.

ກ່ອນໜ້ານີ້ເມື່ອບໍ່ດົນ ກໍເກີດເຫດການຟ້າຜ່າລົງກາງເດີ່ນບານເຕະທີ່ປະເທດໄທ ເສຍຊີວິດ 1 ຄົນ ເປັນນັກກິລາຈາກສະໂມສອນໃນໄທລີກ 3 ເຊິ່ງຖືກຟ້າຜ່າທີ່ຈັງຫວັດລະຍອງຈົນເປັນເຫດເຮັດໃຫ້ເສຍຊີວິດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...