Homeຂ່າວພາຍ​ໃນ9 ເດືອນ ສາລະວັນ ເກັບລາຍຮັບໄດ້ 187 ຕື້ກວ່າກີບ

9 ເດືອນ ສາລະວັນ ເກັບລາຍຮັບໄດ້ 187 ຕື້ກວ່າກີບ

Published on

ຕາມການລາຍງານຈາກ ທ່ານ ພອນປະເສີດ ລາຊາໂພ ຫົວໜ້າພະແນກການເງິນແຂວງສາລະວັນ ໃນກອງປະຊຸມອົງການປົກຄອງແຂວງ ເມື່ອບໍ່ດົນນີ້ວ່າ: ມາຮອດປັດຈຸບັນ, ແຂວງສາລະວັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 187 ຕື້ກວ່າກີບ ເທົ່າກັບ 119,84%, ລື່ນແຜນການ 19.84%. ໃນນັ້ນ, ພູດສູນກາງ ປະຕິບັດໄດ້ 68 ຕື້ກວ່າກີບ, ພູດລາຍຮັບຂອງແຂວງ ປະຕິບັດໄດ້ 118 ຕື້ກວ່າກີບ ໂດຍໄດ້ຮັບຈາກສ່ວຍສາອາກອນ ປະຕິໄດ້ 101 ຕື້ກວ່າກີບ, ຄຸ້ມຄອງຊັບສິນແຫ່ງລັດ 17 ຕື້ກວ່າກີບ ແລະ ຄຸ້ມຄອງວິສາຫະກິດ ປະຕິບັດໄດ້ 147 ລ້ານກວ່າກີບ.
ສຳລັບ ລາຍຮັບຂອງບັນດາ 8 ຕົວເມືອງໄດ້ທັງໝົດ 41 ຕື້ກວ່າກີບ ເທົ່າກັບ 119.66%, ໃນນັ້ນເມືອງທີ່ສາມາດຈັດເກັບລາຍຮັບໄດ້ຫລາຍກວ່າໝູ່ແມ່ນ ເມືອງເລົ່າງາມ ປະຕິບັດໄດ້ 8 ຕື້ກວ່າກີບ, ເມືອງສາລະວັນ ປະຕິບັດໄດ້ເກືອບ 8 ຕື້ກີບ, ເມືອງຄົງເຊໂດນ 5 ຕື້ກວ່າກີບ, ເມືອງລະຄອນເພັງ 4 ຕື້ກວ່າກີບ ແລະ ເມືອງອື່ນໆຕາມດຳລັບ.
ສ່ວນການຄຸ້ມຄອງດ້ານລາຍຈ່າຍ ປະຕິບັດໄດ້ 400 ຕື້ກວ່າກີບ ເປັນຕົ້ນ ເງິນເດືອນ ແລະ ເງິນອຸດໜູນ, ເງິນນະໂຍບາຍຕ່າງໆ, ເງິນບໍລິຫານ, ດັດສົມສົ່ງເສີມ, ເງິນແຮ, ເງິນຊື້ຊັບສົມບັດຄົງທີ່ ແລະ ລາຍຈ່າຍໃນການລົງທຶນ. ທົ່ວແຂວງສາລະວັນ ມີຫົວໜ່ວຍວິສາຫະກິດເຄື່ອນໄຫວຕົວຈິງ 3.515 ຫົວໜ່ວຍ, ຂັ້ນແຂວງຄຸ້ມຄອງ 440 ຫົວໜ່ວຍ ແລະ ຂັ້ນເມືອງຄຸ້ມຄອງ 3.075 ຫົວໜ່ວຍ, ໄດ້ຮັບແຈ້ງມອບຢູ່ໃນລະບົບ TaxRis ມີ 20.395 ໃບແຈ້ງ, ເປັນເງິນທັງໝົດ 118,69 ຕື້ກີບ.
ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...