Homeຂ່າວຕ່າງປະເທດໝຸ່ມສະຫະລັດ ສຸດໂຊກດີເກັບເງິນ 20 ໂດລາເຫ່ຍໄດ້ນຳໄປຊື້ຫວຍຂູດຖືກລາງວັນທີ 1

ໝຸ່ມສະຫະລັດ ສຸດໂຊກດີເກັບເງິນ 20 ໂດລາເຫ່ຍໄດ້ນຳໄປຊື້ຫວຍຂູດຖືກລາງວັນທີ 1

Published on

ວັນທີ 30 ຕຸລາ 2024 ນີ້, ສຳນັກຂ່າວ CNN ລາຍງານເລື່ອງລາວສຸດໜ້າເຫຼືອເຊື່ອ ເມື່ອໜຸ່ມຈາກລັດນອສແຄໂຣໄລນາ ສະຕາຊິວິດປ່ຽນກາຍເປັນເສດຖີໜ້າໃໝ່ ຖືກລາງວັນຫວຍຂູດ 1 ລ້ານໂດລາສະຫະລັດ ຫຼື ປະມານເກືອບ 22 ຕື້ກີບ ຫຼັງຈາກທີ່ລາວເກັບເງິນໃບ 20 ໂດລາທີ່ຕົກຢູ່ພຶ້ນແລ້ວນຳມາຊື້.

ຕາມການລາຍງານເປັີດເຜີຍວ່າ: ເມື່ອວັນທີ 22 ຕຸລາ 2024 ທ້າວ ເຈີລີ້ ຮິກ ເປັນນາຍຊ່າງໄມ້ ໄດ້ສັງເກດເຫັນເງິນໃບ 20 ໂດລາຕົກຢູ່ພຶ້ນບໍລິເວນເດີ່ນຈອດລົດ ຫຼັງຈາກນັ້ນລາວໄດ້ຕື່ມເງິນຂອງຕົນເອງອີກ 5 ໂດລາ ເພື່ອໄປຊື້ຫວຍຂູດລາງວັນ Extreme Cash ມູນຄ່າປະມານ 554,000 ກີບ ກ່ອນຈະຖືກລາງວັນເປັນເງິນເກືອບ 25 ກວ່າຕື້ກີບ.

ສຳລັບການຮັບເງິນລາງວັນລາວສາມາດຮັບລາງວັນແບ່ງຈ່າຍຕະຫຼອດໄລຍະ 20 ປີ ແຕ່ທາງດ້ານ ທ້າວ ຮິກ ເລືອກທີ່ຈະຮັບເງິນເປັນກ້ອນຈຳນວນ 600,000 ໂດລາ ຫຼື ປະມານ 13 ກວ່າຕື້ກີບ, ກ່ອນທີ່ຈະເປີດເຜີຍວ່າ ຕອນນີ້ຈະນຳເງິນໄປສະເຫຼີມສະຫຼອງກັບຄອບຄົວທີ່ Golden Corral ໂດຍເຂົາຈະຊື້ທຸກຢ່າງທີ່ຕ້ອງການ ແລະ ກິນທຸກຢ່າງທີ່ຢາກກິນ.

ທີ່ມາ: CNN

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...