spot_img
Homeຂ່າວພາຍ​ໃນເປີດເວັບໄຊ ສະມາຄົມນັກຂ່າວແຫ່ງ ສປປ ລາວ

ເປີດເວັບໄຊ ສະມາຄົມນັກຂ່າວແຫ່ງ ສປປ ລາວ

Published on

ພິທີເປີດເວັບໄຊ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 29 ຕຸລາ 2024 ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ມາກ ກາຣາເຮີ ເອກອັກຄະລັດຖະທູດແຫ່ງສະຫະພາບ ເອີຣົບ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ຕາງໜ້າຈາກກະຊວງ ຖວທ, ກະຊວງການຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານ ສະມາຄົມນັກຂ່າວແຫ່ງ ສປປ ລາວ ກ່າວວ່າ: ເວັບໄຊດັ່ງກ່າວ, ແມ່ນຊ່ອງທາງໜຶ່ງຂອງສະມາຄົມ ຈະໄດ້ກະຈ່າຍຂໍ້ມູນຂ່າວສານ, ເຜີຍແຜ່ນິຕິກໍາຕ່າງໆ, ລວມທັງນິຕິກໍາທີ່ກ່ຽວຂ້ອງກັບວຽກງານຖະແຫລງຂ່າວສື່ມວນຊົນ, ບັນທຶກການ ເຄື່ອນໄຫວຕ່າງໆຂອງສະມາຄົມ ແລະ ຂອງໂຄງການຢ່າງເປັນລະບົບຄົບຊຸດ.

ນອກນັ້ນ, ເວັບໄຊ ຍັງມີຕໍາລາ ກໍຄື ປຶ້ມຄູ່ມືການຮຽນ-ການສອນ ດ້ານຖະແຫລງຂ່າວສື່ມວນຊົນ ແບບໃໝ່ທີ່ທັນສະໄໝ ເປັນຕົ້ນ ວິທີການນໍາໃຊ້ເຄື່ອງມືດີຈິຕອນ ແລະ ນໍາໃຊ້ໂປຣແກຣມປັນຍາປະດິດ ມາຊ່ວຍໃນການເຮັດວຽກງານ ເຊິ່ງຈະເປັນປະໂຫຍດຫລາຍ ໃຫ້ແກ່ນັກຂ່າວທັງຮຸ່ນເກົ່າ ແລະ ໃໝ່, ນັກຂ່າວຈາກພາກລັດ ແລະ ພາກເອກະຊົນ ເພາະເປັນປຶ້ມຄູ່ມືຜະລິດຂຶ້ນໃນປີນີ້, ຈາກອາຈານທີ່ມີປະສົບການມາຫລາຍສິບປີຈາກຕ່າງປະເທດ ໂດຍສະເພາະແມ່ນເລັ່ງໃສ່ໃຫ້ນັກຂ່າວມີທັກສະ ແລະ ປະສົມການໃນການຂຽນຂ່າວ, ລາຍງານຂ່າວ, ຂຽນບົດຄວາມແບບສ້າງສັນ ຕໍ່ການພັດທະນາສີຂຽວຍືນຍົງຕາມທິດທາງການພັດທະນາຂອງລັດ ຖະບານແຫ່ງ ສປປ ລາວ ກໍຄື ຂອງສາກົນ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...