Homeຂ່າວພາຍ​ໃນຮອງປະທານປະເທດລາວ ຕ້ອນຮັບທູດ ຫວຽດນາມ ຄົນໃໝ່ ປະຈໍາ ສປປ ລາວ

ຮອງປະທານປະເທດລາວ ຕ້ອນຮັບທູດ ຫວຽດນາມ ຄົນໃໝ່ ປະຈໍາ ສປປ ລາວ

Published on

ໃນວັນທີ 25 ຕຸລາ ຜ່ານມາ ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນໂອກາດມາຮັບໜ້າທີ່ໃໝ່.

May be an image of 9 people and dais

ໃນການພົບປະ, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ສະຫາຍຫງວຽນ ມິງ ເຕິມ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຊຶ່ງເປັນການສະແດງເຖິງ ຄວາມໄວ້ເນື້ອເຊື່ອໃຈສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ຜົນງານການປະກອບສ່ວນຢ່າງຕັ້ງໜ້າຂອງ ສະຫາຍເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ. ພ້ອມນັ້ນ, ຍັງໄດ້ເນັ້ນວ່າ ຝ່າຍລາວ ຍິນດີຈະໃຫ້ຄວາມຮ່ວມມື, ປະສານສົມທົບຢ່າງແໜ້ນແຟ້ນ ແລະ ອໍານວຍຄວາມສະດວກໃຫ້ແກ່ ສະຫາຍທູດ ກໍຄື ສະຖານທູດ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

May be an image of 3 people, the Oval Office, dais and text

ສະຫາຍ ຫງວຽນ ມິງ ເຕີມ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມປິຕິຍິນດີ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບການແຕ່ງຕັ້ງມາເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ; ສະແດງຄວາມຂອບໃຈ ຕໍ່ຄໍາເຫັນຊີ້ນໍາ ແລະ ເປັນເອກະພາບຕໍ່ການຕີລາຄາຂອງ ສະຫາຍຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ພ້ອມທັງຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ໃນການເປັນເສນາທິການ, ປະສານສົມທົບຢ່າງແໜ້ນແຟ້ນກັບ ບັນດາກະຊວງ, ອົງການ,
ຂະແໜງການຂອງລາວ ໃນການເພີ່ມພູມຄູນສ້າງສາຍພົວພັນ ຫວຽດນາມ-ລາວໃຫ້ສືບຕໍ່ໄດ້ຮັບການຂະຫຍາຍ ຕົວເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...