Homeຂ່າວພາຍ​ໃນສຳເລັດເດືອນກັນຍາ 2025 ເຂດພູ 9 ຫຼັກ ກາສີ-ເມືອງນານ

ສຳເລັດເດືອນກັນຍາ 2025 ເຂດພູ 9 ຫຼັກ ກາສີ-ເມືອງນານ

Published on

ມາຮອດປັດຈຸບັນ, ໂຄງການສ້ອມແປງທາງສຸກເສີນປູເບຕົງເຂດພູ 9 ຫຼັກ ກາສີ-ເມືອງນານ ສໍາເລັດແລ້ວ 58,58% ພາຍຫຼັງເລີ່ມລົງມືສ້ອມແປງຢ່າງເປັນທາງການແຕ່ວັນທີ 10 ພຶດສະພາ 2022 ເປັນຕົ້ນມາ.

อาจเป็นรูปภาพของ ถนน

ທ່ານ ສົມໃຈ ຊາພັກດີ, ຫົວໜ້າໂຄງການສ້ອມແປງທາງສຸກເສີນປູເບຕົງເຂດ ພູ 9 ຫລັກ ກາສີ-ເມືອງນານ ໃຫ້ສໍາພາດຕໍ່ລາຍການຮອບບ້ານຜ່ານເມືອງຂອງວິທະຍຸ ກະຈາຍສຽງແຫ່ງ ຊາດລາວໃນວັນທີ 25 ຕຸລາ 2024 ນີ້ ວ່າ: ໂຄງການນີ້ ເປັນໂຄງການປູເບຕົ່ງບາງຈຸດ ຢູ່ບ່ອນທາງໂຄ້ງຄ້ອຍຊັນ ແລະ ປູຢາງບາງຈຸດບ່ອນທີ່ເປ່ເພເສຍຫາຍ. ວຽກທີ່ຈັດຕັ້ງປະຕິບັດຜ່ານມາ ລວມມີ: ການອະນາໄມຫ້ອງລະບາຍນໍ້າ, ແກ້ໄຂການສັນຈອນດ້ວຍການຖົມຂຸມ, ແກ້ໄຂດິນເຈື່ອນ, ວຽກໂຄງສ້າງທາງ ເຊັ່ນ: ລົງດິນຊັ້ນຮອງພື້ນທາງ, ປູຢາງໜ້າທາງສອງຊັ້ນ, ປູເບຕົງ, ຮາວປ້ອງກັນເສັ້ນທາງ, ຂີດແບ່ງເສັ້ນທາງ ແລະ ອື່ນໆ. ປັດຈຸບັນ, ວຽກທີ່ຍັງຄ້າງຄາ ແລະ ພວມສືບຕໍ່ຈັດຕັ້ງປະຕິບັດ ລວມມີ: ການປູຢາງ, ປູເບຕົງ, ກໍ່ສ້າງຫ້ອງລະບາຍນໍ້າ, ກັນເຈື່ອນ ແລະ ວຽກອື່ນໆ ຈໍານວນໜຶ່ງ.

อาจเป็นรูปภาพของ ภูเขา และ หมอกການສ້ອມແປງທາງພູ 9 ຫຼັກ ກາສີ-ເມືອງນານ ຕາມສັນຍາຈະໃຫ້ສໍາເລັດພາຍໃນເດືອນກັນຍາ 2025. ສ່ວນການສັນຈອນຜ່ານເສັ້ນທາງດັ່ງກ່າວໃນປັດຈຸບັນ ແມ່ນເປີດນໍາໃຊ້ປົກກະຕິ ແລະ ມີການຄຸມນໍ້າໜັກຂອງລົດບັນທຸກເພື່ອຮັບປະກັນບໍ່ໃຫ້ເສັ້ນທາງເປ່ເພ. ສະນັ້ນ ຜູ້ໃຊ້ລົດໃຊ້ຖະໜົນທີ່ຜ່ານເສັ້ນທາງດັ່ງກ່າວ ໃນໄລຍະທີ່ພວມສ້ອມແປງນີ້ ຕ້ອງເພີ່ມສະຕິລະມັດລ ວັງໃຫ້ຫຼາຍຂຶ້ນກວ່າເກົ່າ, ປະຕິບັດຕາມຄໍາແນະນໍາຂອງເຈົ້າໜ້າທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ບໍ່ປະໝາດໃນການຂັບຂີ່ ເພື່ອບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນຄືໄລຍະຜ່ານມາ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...