spot_img
Homeຂ່າວພາຍ​ໃນປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້

ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້

Published on

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ຫລື BRICS Plus/Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better World Together) ໂດຍການເປັນປະທານ ຂອງ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ເຊິ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 16 ໃນວັນທີ 22-24 ຕຸລາ 2024.

May be an image of 12 people and text

ກອງປະຊຸມຄັ້ງນີ້, ເພື່ອສ້າງແຮງຊຸກຍູ້ໃຫ້ແກ່ບັນດາປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ແນໃສ່ການແກ້ໄຂບັນຫາຕົວຈິງຂອງພາກພື້ນ ກໍຄື ທົ່ວໂລກ ລວມທັງການສ້າງຄວາມເຂັ້ມແຂງ ແລະ ຄວາມພະຍາຍາມຮ່ວມກັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ສ້າງລະບຽບໂລກທີ່ມີຄວາມເທົ່າທຽມ, ຍຸຕິທຳ ແລະ ເປັນປະຊາທິປະໄຕ. ກອງປະຊຸມສຸດຍອດດັ່ງກ່າວ, ມີຂັ້ນປະມຸກລັດ ແລະ ຫົວໜ້າລັດຖະບານ ຈາກ 25 ປະເທດ ໃນຈໍານວນ 36 ປະເທດທີ່ຖືກເຊີນ ແລະ 2 ອົງການຈັດຕັ້ງສາກົນ ຄື: ອົງການ ສະຫະປະຊາຊາດ ແລະ ທະນາຄານພັດທະນາໃໝ່ (New Development Bank) ເຂົ້າຮ່ວມ.

May be an image of 12 people, newsroom and text

ໂອກາດນີ້, ທ່ານ ປະທານປະເທດ ໄດ້ມີຄຳເຫັນ ຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນວ່າ: ສປປ ລາວ ໃຫ້ຄວາມສໍາຄັນຕໍ່ການຮ່ວມມືຫລາຍຝ່າຍ ເພື່ອການພັດທະນາແບບຍືນຍົງ ແລະ ການສົ່ງເສີມການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ ໂດຍຍຶດຖືຫລັກການການຮ່ວມມືຫລາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງເທົ່າທຽມ. ພ້ອມນີ້, ຍັງໄດ້ຕີລາຄາເຖິງຄວາມສຳຄັນຂອງ ກຸ່ມ BRICS ເຊິ່ງເປັນກົນໄກການຮ່ວມມືໜຶ່ງ ທີ່ເຂັ້ມແຂງ, ມີບົດບາດ ແລະ ອິດທິພົນ ໃນເວທີສາກົນ, ພ້ອມທັງໄດ້ສະເໜີຕໍ່ກຸ່ມ BRICS ເພື່ອເພີ່ມບົດບາດຂອງຕົນໃນການຂັບເຄື່ອນໂລກ ໃຫ້ເກີດການພັດທະນາຢ່າງເທົ່າທຽມ ໄປຄຽງຄູ່ກັບການຍົກສູງການຮ່ວມມື ໃນລະດັບຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ລະຫວ່າງ ກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ແລະ ເອົາໃຈໃສ່ສືບຕໍ່ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ.

May be an image of 1 person, newsroom, dais, crowd and text

ໂດຍສະເພາະຊ່ວຍເຫຼືອປະເທດໃນພາກພື້ນເຂດໂລກໃຕ້, ລວມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດບຸລິມະສິດເຊັ່ນ: ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຈອດ, ການຫັນເປັນດີຈິຕອນ, ພະລັງງານສະອາດ, ສິນເຊື່ອກາກບອນ, ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ໃຫ້ນັບມື້ນັບກວ້າງຂວາງ ແລະ ເຂົ້າສູ່ລວງເລິກ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ໃຫ້ປະກົດຜົນເປັນຮູບປະທໍາ ໂດຍບໍ່ປະຖິ້ມໃຜໄວ້ເບື້ອງຫລັງ. ໃນໂອກາດກອງປະຊຸມສຸດຍອດ BRICS ຄັ້ງນີ້, ສປປ ລາວ ຍັງໄດ້ສະແດງເຈດຈຳນົງ ໃນການສະໝັກເຂົ້າເປັນສະມາຊິກຂອງກຸ່ມ BRICS ເພື່ອສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ຮ່ວມກັບບັນດາປະເທດສະມາຊິກ.

May be an image of 12 people and text

ກອງປະຊຸມສຸດຍອດປະເທດກຸ່ມ BRICS ແມ່ນຈັດຂຶ້ນເປັນປະຈໍາທຸກປີ ເຊິ່ງເລີ່ມມາແຕ່ປີ 2009, ກອງປະຊຸມຄັ້ງຜ່ານມາ ແມ່ນຄັ້ງທີ 15 ຈັດຂຶ້ນຢູ່ ປະເທດອາຟຣິກາໃຕ້. ປັດຈຸບັນ, ກຸ່ມ BRICS ປະກອບດ້ວຍ ສະມາຊິກ 9 ປະເທດ ຄື: ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ, ອາຟຣິກາໃຕ້, ເອຢິບ, ເອທິໂອປີ, ອີຣານ ແລະ ສະຫະນະຄອນອາເມຣັດອາຣັບ ແລະ ມີອີກຫລາຍກວ່າ 45 ປະເທດ ທີ່ສະແດງເຈດຈຳນົງໃນການເຂົ້າຮ່ວມກຸ່ມດັ່ງກ່າວ. ສຳລັບ ກອງປະຊຸມສຸດຍອດ ກຸ່ມ BRICS ຄັ້ງທີ 17 ຈະຈັດຂຶ້ນຢູ່ ປະເທດບຣາຊິນ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຕື່ມຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...