spot_img
Homeຂ່າວກິລາປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

Published on

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ 2024 ເປັນຕົ້ນມາ ໂດຍໃນເບື້ອງຕົ້ນມີນັກກິລາ 35 ຄົນ ແລະ ສາມາດຄັດເລືືອກນັກກິລາ ໄດ້ 23 ຄົນ ເພື່ອເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ U17 ຮອບຄັດເລືອກ 2025 ຈັດຂຶ້ນລະຫວ່າງວັນທີ 23-27 ຕຸລາ 2024 ທີ່ປະເທດ ສປປ ລາວ ເປັນເຈົ້າພາບ( AFC U17 ASIAN CUP 2025 Qualifiers ) ກຸ່ມ H ປະກອບມີ: ມາເລເຊຍ, ລາວ ແລະ ສະຫະລັດ ອາຣັບອີມີເຣດ.

ນັກກິລາ 23 ຄົນມີລາຍຊື່ດັ່ງລຸ່ມນີ້:
+ ຜູ້ຮັກສາປະຕູ: ສານຄຳ ທະວີທົງ ສະໂມສອນ ບານເຕະ ທີບີ ບໍ່ແກ້ວ, ໄຊສົມພົງ ທິບພະວົງ ຈາກ ສະໂມສອນ ຊ້າງນ້ອຍ, ສິດທິເດດ ນາມມະກອນ ຈາກ ສະໂມສອນ ບານເຕະ ມາສດ້າ ຈີບີ

+ ກອງຫຼັງ: ກິ ມູນກັນຍາ ຈາກ ສະໂມສອນ ບານເຕະ ມາດສເຕີ, ທັນຍະວຸດ ໄຊຈະເລີນ ຈາກ ສະໂມສອນບານເຕະ ເອສະຣ, ແສງອາທິດ ມະນີໄລ ຈາກ ສະໂມສອນບານເຕະ ເອສະຣາ, ປະລິນເດດ ເພັດຕະກູນ ຈາກ ສະໂມສອນ ບານເຕະ ມາສດ້າ ຈີບີ, ກິດສະນະ ອິນທະວົງສາ ຈາກ ສະໂມສອນ ບານເຕະ ມາດສເຕີ, ວິໄສທັດ ນັນທະວົງ ຈາກ ສະໂມສອນບານເຕະ ເອສະຣາ, ສຸວັນນະພູມ ສີສຸລາດ ຈາກ ແຂວງ ສະຫວັນນະເຂດ

+ກອງກາາງ: ບຸນປະເສີດ ແສງສະຫວ່າງ ຈາກ ສະໂມສອນ ບານເຕະ ເອສະຣາ, ດາວພະຫັດ ກໍ່າກາຊົມພູ ຈາກ ສະໂມສອນບານເຕະ ມາດສເຕີ, ບິນລີ້ ໂດນສະຫນູພິດ ຈາກ ສະໂມສອນບານເຕະ ເອສະຣາ, ວົງເດືອນ ສຸລິບັນ ຈາກ ສະໂມສອນບານເຕະ ມາດສເຕີ, ສະຫວັນໄຊ ມູນລາດຊະວົງ ຈາກ ສະໂມສອນບານເຕະ ທີບີ ບໍ່ແກ້ວ, ເຈັກກີ້ ອິນທິສອນ ຈາກ ແຂວງ ສະຫວັນນະເຂດ, ອານຸສິດ ປະດິດ ຈາກ ສະໂມສອນບານເຕະ ຫຼວງພະບາງ, ສີສຸພັນ ວົງສາລີ ຈາກ ສະໂມສອນບານເຕະ ຫຼວງພະບາງ, ພິມມະສອນ ນິລະວົງ ຈາກ ສະໂມສອນບານເຕະ ມາດສເຕີ, ພຸດທະສັກ ສີຫາໂຄດ ຈາກ ສະໂມສອນບານເຕະ ທີບີ ບໍ່ແກ້ວ

+ ກອງໜ້າ: ສິດທິລາດ ຈັນທະມາລີ ຈາກ ສະໂມສອນບານເຕະ ຫຼວງພະບາງ, ໂອດີມ ສີພານິນ ຈາກ ສະໂມສອນບານເຕະ ທີບີ ບໍ່ແກ້ວ, ພະຍັກ ສີພານົມ ຈາກ ໂຮງຮຽນອົງການບໍລິຫານແຂວງໄຊນາດ ( ປະເທດໄທ )

ຕາຕະລາງການແຂ່ງຂັນ

-ວັນທີ 23 ຕຸລາ 2024 ເວລາ 19:00 ສະຫະລັດ ອາຣັບອີມີເຣດ ພົບ ມາເລເຊຍ
-ວັນທີ 25 ຕຸລາ 2024 ເວລາ 19:00 ສປປ ລາວ ພົບ ສະຫະລັດ ອາຣັບອີມີເຣດ
-ວັນທີ 27 ຕຸລາ 2024 ເວລາ 19:00 ມາເລເຊຍ ພົບ ລາວ

ທຸກນັດແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ16 ບັດເຂົ້າຊົມລາຄາ 10.000 ກີບ ສາມາດຊື້ໄດ້ທີ່ ສະຫະພັນບານເຕະແຫ່ງຊາດລາວ ແລະ ສະຫນາມກິລາແຫ່ງຊາດຫຼັກ 16 ໃນມື້ທີ່ມີການແຂ່ງຂັນ.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...