spot_img
Homeຂ່າວການຮ່ວມມືປະທານປະເທດລາວ-ຈີນ ພົບປະກັນຢູ່ລັດເຊຍ

ປະທານປະເທດລາວ-ຈີນ ພົບປະກັນຢູ່ລັດເຊຍ

Published on

ວັນທີ 22 ຕຸລາ 2024, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ຢູ່ນະຄອນຄາຊານປະເທດຣັດເຊຍ.

ໂອກາດດັ່ງກ່າວ,ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ເດືອນຕຸລາປີ 2023, ພວກເຮົາໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນກ່ຽວກັບການລົງເລິກການຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ. ໃນໄລຍະ 1 ປີຜ່ານມານີ້, ພາກສ່ວນຂອງສອງພັກສອງລັດກໍຄືທ້ອງຖິ່ນຕ່າງໆຂອງສອງປະເທດໄດ້ຈັດຕັ້ງປະຕິບັດຄວາມເຫັນດັ່ງກ່າວຢ່າງຕັ້ງໜ້າ ໂດຍຊຸກຍູ້ໃຫ້ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການເຊື່ອມໂຍງເຊື່ອມຈອດກັນ, ການລົງທຶນດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳເປັນຕົ້ນ ໄດ້ຮັບຜົນສຳເລັດທີ່ອຸດົມສົມບູນ. ໃນຖານະເປັນສະຫາຍແລະອ້າຍນ້ອງສັງຄົມນິຍົມ, ການພົວພັນລະຫວ່າງຈີນ-ລາວມີຖານະບົດບາດສຳຄັນພິເສດດ້ານການຕ່າງປະເທດຕໍ່ປະເທດອ້ອມຂ້າງຂອງຈີນ ແລະ ຢູ່ແຖວໜ້າຂອງການສ້າງຄູ່ຮ່ວມຊາຕາກຳຢ່າງສະເໝີຕົ້ນສະເໝີປາຍ. ບໍ່ວ່າສະພາບການສາກົນຈະປ່ຽນແປງໄປແນວໃດກໍຕາມ, ຈີນຈະເປັນເພື່ອນມິດແລະຄູ່ຮ່ວມມືທີ່ໜ້າເຊືອຖືຂອງລາວຕະຫຼອດໄປ. ຈີນພວມຊຸກຍູ້ຄວາມທັນສະໄໝແບບຈີນຢ່າງຮອບດ້ານດ້ວຍການພັດທະນາທີ່ມີຄຸນນະພາບສູງ, ລາວພວມຢູ່ໃນໄລຍະໃໝ່ແຫ່ງການພັດທະນາແລະສ້າງຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ຈີນຍິນດີຮ່ວມກັບລາວປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວລົງສູ່ລວງເລິກດ້ວຍຜົນງານຕົວຈິງຢ່າງຕໍ່ເນື່ອງ.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນຍິນດີເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນກັບປະເທດລາວ, ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວໃນບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດຕົ້ນຕໍຂອງກັນແລະກັນ. ສອງຝ່າຍຄວນສືບຕໍ່ພັດທະນາທາງລົດໄຟຈີນ-ລາວໃຫ້ເຂັ້ມແຂງ, ຊຸກຍູ້ການສ້າງແລວເສດຖະກິດຈີນ-ລາວ, ສ້າງແບບຢ່າງຮ່ວມມືດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຈີນຍິນດີນຳເຂົ້າຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງຈາກປະເທດລາວຫຼາຍກວ່າເກົ່າ, ເຮັດໃຫ້ການແລກປ່ຽນ ແລະການຮ່ວມມືໃນຂົງເຂດການສຶກສາ, ວັດທະນະທຳ, ຊາວໜຸ່ມ ແລະຂົງເຂດອື່ນໆແໜ້ນແຟ້ນກວ່າເກົ່າ. ຂໍສະແດງຄວາມຊົມເຊີຍປະເທດລາວທີ່ເປັນເຈົ້າພາບຈັດກອງປະຊຸມສຸດຍອດການຮ່ວມມືອາຊີຕາເວັນອອກ ແລະ ກອງປະຊຸມທີ່ກ່ຽວຂ້ອງຕ່າງໆຢ່າງສຳເລັດຜົນ, ຍິນດີຕ້ອນຮັບປະເທດລາວຕັ້ງໜ້າເຂົ້າຮ່ວມການຮ່ວມມືປະເທດບຣິກສ. ສອງຝ່າຍຄວນເພີ່ມທະວີການປະສານສົມທົບຫຼາຍຝ່າຍ, ຮ່ວມກັນຮັກສາຄວາມຍຸຕິທຳ ແລະຄວາມເປັນທຳຂອງສາກົນ ແລະ ຜົນປະໂຫຍດຂອງປະເທດກຳລັງພັດທະນາທັງໝົດ.

ທ່ານ ທອງລຸນ ສີສຸລິດ ກ່າວວ່າ: “ ປີກາຍນີ້, ຂ້າພະເຈົ້າໄດ້ເດີນທາງໄປປະເທດຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3, ແລະ ຮ່ວມກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນລົງນາມແຜນແມ່ບົດສະບັບໃໝ່ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ. ປັດຈຸບັນ, ແຜນແມ່ບົດດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຕົວຈິງຢ່າງມີປະສິດທິຜົນ. ສາຍພົວພັນລະຫວ່າງລາວກັບຈີນພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ, ການຮ່ວມມືລະຫວ່າງສອງຝ່າຍນັບມື້ນັບຂະຫຍາຍຕົວກວ້າງຂວາງອອກ ແລະ ກ້າວສູ່ລວງເລິກຫຼາຍກວ່າເກົ່າ. ປະເທດຈີນໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ປະເທດລາວມາແຕ່ດົນນານມາແລ້ວ, ໄດ້ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວຢ່າງໃຫຍ່ຫຼວງ, ປະເທດລາວຄອງຄອຍຮ່ວມກັບປະເທດຈີນສືບຕໍ່ຊຸກຍູ້ການສ້າງສາພັດທະນາທາງລົດໄຟລາວ-ຈີນ, ແລວເສດຖະກິດລາວ-ຈີນ ແລະ ສ້າງຄູ່ຮ່ວມຊາຕາກຳລາວ-ຈີນ”. ຂ້າພະເຈົ້າຢາກເນັ້ນໜັກອີກຄັ້ງໜຶ່ງວ່າ: ພັກ ແລະ ລັດຖະບານລາວຈະຍຶດໝັ້ນນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວໜຽວແໜ້ນ, ສະໜັບສະໜູນລັດຖະບານຈີນປົກປ້ອງຜົນປະໂຫຍດໃຈກາງຂອງຈີນຢ່າງເດັດດ່ຽວໜຽວແໜ້ນ, ສະໜັບສະໜູນຫຼັກໝັ້ນທີ່ຊອບທຳຂອງຈີນກ່ຽວກັບບັນຫາໄຕ້ຫວັນ, ເຂດບໍລິຫານພິເສດຮົງກົງ ແລະ ເຂດປົກຄອງຕົນເອງອຸຍເກີ້ຊິນຈ່ຽງ. ຂອບໃຈນຳຈີນທີ່ສະໜັບສະໜູນປະເທດລາວເປັນເຈົ້າພາບຈັດກອງປະຊຸມສຸດຍອດການຮ່ວມມືອາຊີຕາເວັນອອກຢ່າງແຂງແຮງ, ລາວຍິນດີສືບຕໍ່ເພີ່ມທະວີການຮ່ວມມືກັບຈີນໃນເວທີຫຼາຍຝ່າຍ ເຊັ່ນອາຊຽນ ແລະ ອື່ນໆໃຫ້ແໜ້ນແຟ້ນກວ່າເກົ່າ.

ທີ່ມາ: CMG

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...