spot_img
Homeຂ່າວພາຍ​ໃນແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

Published on

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້:

ມາດຕາ 1: ລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ການນໍາໃຊ້ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດ ທົ່ວປະເທດໄດ້ຜະລິດອອກບໍລິການຮັບໃຊ້ປະຊາຊົນໃນໄລຍະຜ່ານມາ.

ມາດຕາ 2: ໃຫ້ຫັນມານໍາໃຊ້ເຄື່ອງຜະລິບັດ ແລະ ບັດປະຈຳບັດປະຈຳຕົວປະຊາຊົນລາວແບບໃໝ່ (ບັດສີຂຽວ), ເພື່ອກ້າວເຂົ້າສູ່ລະບົບດີຈີຕອນ ທີ່ມີການຄຸ້ມຄອງລະບົບຖານຂໍ້ມູນດຽວຢູ່ຂັ້ນສູນກາງ ກົມຄຸ້ມຄອງ ສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ.

ມາດຕາ 3: ຫ້າມບັນດາຜູ້ປະກອບການ, ບໍລິສັດ, ຫ້າງຮ້ານ ສະໜອງອຸປະກອນເຄື່ອງພິມບັດ ແລະ ແຜ່ນ ບັດປະຈໍາຕົວແບບເກົ່າ ໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງໃນຂອບເຂດທົ່ວປະເທດ.

ມາດຕາ 4: ກົມກອງອ້ອມຂ້າງກະຊວງປ້ອງກັນ ຄວາມສະຫງົບ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ກອງບັນຊາການ ປກສ ແຂວງໃນຄຂອບເຂດທົ່ວປະເທດ, ຜູ້ປະກອບການ, ບໍລິສັດຫ້າງຮ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...