spot_img
Homeຂ່າວພາຍ​ໃນນັບແຕ່ຕົ້ນມາຮອດເດືອນຕຸລາ 2024, ມີນັກທ່ອງທ່ຽວເຂົ້າໄປທ່ຽວຢູ່ພາຍໃນເມືອງວັງວຽງ ຈໍານວນ 9 ແສນກວ່າຄົນ

ນັບແຕ່ຕົ້ນມາຮອດເດືອນຕຸລາ 2024, ມີນັກທ່ອງທ່ຽວເຂົ້າໄປທ່ຽວຢູ່ພາຍໃນເມືອງວັງວຽງ ຈໍານວນ 9 ແສນກວ່າຄົນ

Published on

ນັບແຕ່ຕົ້ນມາຮອດເດືອນຕຸລາ 2024, ມີນັກທ່ອງທ່ຽວເຂົ້າໄປທ່ຽວຢູ່ພາຍໃນເມືອງວັງວຽງ, ແຂວງວຽງຈັນ ຈໍານວນ 9 ແສນກວ່າຄົນ, ໃນນີ້ ເປັນນັກທ່ອງທ່ຽວຕ່າງປະເທດ 4 ແສນກວ່າຄົນ. ລື່ນແຜນການປີທີ່ວາງໄວ້ 8 ແສນຄົນ ເປັນທີ່ຮຽບຮ້ອຍແລ້ວ, ຄາດວ່າແຕ່ນີ້ໄປຈົນໝົດປີນີ້ ນັກທ່ອງທ່ຽວຈະໄປທ່ຽວເມືອງວັງວຽງເພີ່ມຂຶ້ນອີກຈໍານວນຫລາຍ.

ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍ ສຽງແຫ່ງຊາດລາວໃນວັນທີ 21 ຕຸລາ 2024 ວ່າ: ການທ່ອງທ່ຽວຢູ່ເມືອງວັງວຽງ ມີທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ ເນື່ອງຈາກມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າໄປທ່ອງທ່ຽວພາຍໃນເມືອງຢ່າງຫລວງຫລາຍ, ສະເພາະປີນີ້ ແມ່ນເພີ່ມຂຶ້ນກວ່າທຸກປີຜ່ານມາ. ທັ້ງນີ້ ກໍຍ້ອນການເດີນທາງໄປເມືອງວັງວຽງ ມີຄວາມສະດວກສະບາຍ, ທັງທາງລົດໄຟ ແລະ ທາງດ່ວນ. ນອກຈາກນີ້ ບັນດາສະຖານທີ່ທ່ອງທ່ຽວ ແລະ ກິດຈະກໍາທ່ອງທ່ຽວພາຍໃນເມືອງໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ.

ທ່ານໃຫ້ຮູ້ຕື່ມວ່າ: ປັດຈຸບັນ ເມືອງວັງວຽງ ໄດ້ພັດທະນາຫລາຍຢ່າງທີ່ຕິດພັນກັບວຽກງານການທ່ອງທ່ຽວ ໂດຍສະເພາະການປັບປຸງພື້ນຖານໂຄງລ່າງ ເຊິ່ງທະນາຄານພັດທະນາອາຊີ ຫລື ADB ໃຫ້ທຶນສະໜັບສະໜູນ ຈໍານວນ 3 ສັນຍາ ມູນຄ່າເກືອບ 15 ລ້ານໂດລາສະຫະລັດ, ໃນນີ້ ໄດ້ຈັດຕັ້ງປະຕິບັດໄປແລ້ວ 2 ສັນຍາ ຄື: ສັນຍາໂຄງການກໍ່ສ້າງສະໜາມຂີ້ເຫຍື້ອ ແລະ ສັນຍາໂຄງການກໍ່ສ້າງຂົວຂ້າມນໍ້າຊອງ ແລະ ທາງເບຕົງວົງແຫວນໄປຫາແກ້ງຍຸຍ ເຊີ່ງຢູ່ໃນໄລຍະກະກຽມມອບ-ຮັບຜົນສໍາເລັດໂຄງການໃນໄວໆ ນີ້. ສ່ວນສັນຍາທີ 3 ຫາກໍເຊັນສັນຍານກັນໃນວັນທີ 17 ຕຸລາ 2024 ຄື: ໂຄງການປັບປຸງເສັ້ນທາງເທດສະບານຄືນໃຫມ່ພາຍໃນຕົວເມືອງວັງວຽງ ໂດຍຈະໄດ້ປັບປຸງເສັ້ນທາງພາຍໃນເທດສະບານເມືອງ 11 ເສັ້ນ, ຄວາມຍາວປະມານ 5.294 ແມັດ, ຈະເລີ່ມລົງມືກໍ່ສ້າງ ໃນວັນທີ 1 ພະຈິກ 2024 ແລະ ຄາດວ່າຈະໃຫ້ສຳເລັດໃນວັນທີ 31 ມັງກອນ 2026 ໃຊ້ເວລາໃນການກໍ່ສ້າງທັງຫມົດ 15 ເດືອນ. ໂຄງການຈໍນວນນີ້ ຖ້າກໍ່ສ້າງສໍາເລັດຈະເຮັດໃຫ້ເມືອງວັງວຽງ ມີໂສມໜ້າໄປ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ດີຂຶ້ນກວ່າເກົ່າ.

ສໍາລັບເມືອງວັງວຽງ, ໃນປີ 2023 ຜ່ານມາ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ 6 ແສນກວ່າຄົນ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...