spot_img
Homeຂ່າວພາຍ​ໃນອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

Published on

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພະແນກສາທາລະນະສຸກແຂວງ, ພະແນກຕໍາຫຼວດເສດຖະກິດແຂວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄຊ ແລະ ພະແນກ ຖວທ ແຂວງ ຮ່ວມກັບພະນັກງານຄຸ້ມຄອງຕະຫຼາດ ໜອງແມງດາ ແລະ ຕະຫຼາດວັງໄຮ ໄດ້ລົງກວດກາ, ຕິດຕາມ ປະເພດພືດ-ຜັກ ທີ່ຫ້າມນໍາເຂົ້າຈາກຕ່າງປະເທດ ແລະ ປະເພດອາຫານແຊ່ແຂງທີ່ໝົດອາຍຸໃນເທດສະບານເມືອງໄຊ.

May be an image of 2 people and collard greens

ການລົງຕິດຕາມ, ກວດກາສິນຄ້າປະເພດອາຫານແຊ່ແຂງ ແລະ ພືດ-ຜັກທີ່ຫ້າມນຳເຂົ້າບາງສະນິດ ຄັ້ງນີ້ແມ່ນເນັ້ນໃສ່ຢູ່ພາຍໃນ 2 ຕະຫຼາດຄື: ຕະຫຼາດວັງໄຮ, ຕະຫຼາດໜອງແມງດາ, ເຊິ່ງໄດ້ກວດກາພົບເຫັນປະເພດອາຫານແຊ່ແຂງ ຈຳນວນ 2 ຮ້ານ ແລະ ກວດພົບ ພືດ-ຜັກທີ່ຫ້າມນໍາເຂົ້າຈໍານວນ 1 ຮ້ານ ຄື: ຜັກກາດຂາວ ຈຳນວນ 4 ຖົງ ເປັນມູນຄ່າ 1,200,000 ກີບ; ໄສ້ອົ່ວ ຈຳນວນ 4 ແພັກ ເປັນມູນຄາ 200,000 ກີບ;ຮອນດັອກໄກ່ຕຣາTFG 27 ແພັກ ເປັນມູນຄ່າ 1,080,000 ກີບ;ຮອນດອກຊີດໝູ ຈໍານວນ 13 ແພັກ ເປັນມູນຄ່າ 520,000 ກີບ;ປາແພັດຕີເຊຍມີ ຈຳນວນ 1 ແພັກ ເປັນມູນຄ່າ 45,000 ກີບ; ລວມທັງໝົດ 3,045,000 ກີບ; ເຊິ່ງສິນຄ້າປະເພດພືດ-ຜັກທີ່ນໍາເຂົາບໍ່ຖືກຕ້ອງຫຼືຫ້າມນໍາເຂົານັ້ນ ແມ່ນໄດ້ມອບໃຫ້ໂຮງຮຽນຊົນເຜົ່າແຂວງອຸດົມໄຊ ແລະ ປະເພດອາຫານແຊ່ແຂງແມ່ນໄດ້ທໍາລາຍຖິ້ມ.

No photo description available.

ຕໍ່ກັບສະພາບການດັ່ງກ່າວ ທ່ານ ສອນເພັດ ບຸນທະຈິດ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະສະເພາະກິດໄດ້ແນະນຳຮຽກຮ້ອງມາຍັງຜູ້ປະກອບການໃນການແກ້ໄຂສະພາບຄວາມຫຍຸ້ງຍາກຄືແນວນີ້ການທີ່ນຳເຂົ້າສິນຄ້າມາວາງຈຳໜ່າຍ ໂດຍສະເພາະແມ່ນປະເພດສິນຄ້າທີ່ນຳເຂົ້າມາຈາກຕ່າງປະເທດໃຫ້ເປັນເຈົ້າການນຳກັນໃນການກວດກາຄຸນນະພາບສິນຄ້າ ໂດຍສະເພາະແມ່ນກວດກາອາຍຸການບໍລິໂພກຕ່າງໆຢ່າງລະອຽດ ຖ້າຫາກພົບເຫັນສິນຄ້າທີ່ໝົດອາຍຸ ຫຼື ບໍ່ມີສະຫຼາກກຳນົດສິນຄ້າແມ່ນບໍ່ຄວນນຳມາຈຳໜ່າຍໃຫ້ແກ່ລູກຄ້າ ສິນຄ້າປະເພດໃດທີ່ເຮົາສາມາດຜະລິດໄດ້ແມ່ນຫ້າມນໍາເຂົ້າ.ພ້ອມນີ້ ຜູ້ບໍລິໂພກກໍເຊັ່ນດຽວກັນ ເວລາຊື້ກໍຕ້ອງກວດເບິ່ງອາຍຸການບໍລິໂພກ ຖ້າໃກ້ໝົດອາຍຸ ຫຼື ໝົດອາຍຸແລ້ວແມ່ນບໍ່ຄວນນຳມາບໍລິໂພກ ເຊິ່ງອາດຈະເຮັດໃຫ້ອາຫານເປັນພິດຕໍ່ຕົນເອງ ແລ້ວຈະເກີດຜົນເສຍຫຼາຍຢ່າງຕາມມາ.

ຂ່າວ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...