spot_img
Homeຂ່າວພາຍ​ໃນເປີດຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ເປີດຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

Published on

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 19 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທັງເປັນປະທານໄອປາ ຄັ້ງທີ 45, ເປັນກຽດເຂົ້າຮ່ວມ ແລະ ກ່າວສູນທອນພົດໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ມີປະທານສະພາ, ປະທານລັດຖະສະພາ ຈາກບັນດາປະເທດສະມາຊິກໄອປາ ແລະ ປະເທດສັງເກດການ ເຂົ້າຮ່ວມ.

May be an image of 3 people, map, newsroom and text

ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມສະມັດຊາໃຫຍ່ໄອປາ ແມ່ນເວທີໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ເຊິ່ງສະມາຊິກລັດຖະສະພາ ຈາກບັນດາປະເທດອາຊຽນ ຈະໄດ້ຮ່ວມກັນຄົ້ນຄວ້າ ປຶກສາຫາລື ແລະ ກຳນົດທິດທາງການດຳເນີນງານ ເພື່ອບັນລຸຈຸດປະສົງ ແລະ ຄາດໝາຍລວມຂອງ ໄອປາ ກໍຄື ອາຊຽນ. ກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ນີ້, ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງໄວວາສັບສົນ ແລະ ສະຫລັບສັບຊ້ອນ ຄາດຄະເນໄດ້ຍາກ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ຄວາມຂັດແຍ່ງໃນຫລາຍພາກພື້ນຂອງໂລກ ບັນຫາໄພພິບັດທາງທຳມະຊາດ, ການປ່ຽນແປງສະພາບດິນຟ້າອາກາດ, ວິກິດການທາງດ້ານເສດຖະກິດ-ການເງິນ ແລະ ອື່ນໆ ລ້ວນແຕ່ເປັນສິ່ງທ້າທາຍຕໍ່ພາກພື້ນ ແລະ ວົງຄະນະຍາດສາກົນໃນປັດຈຸບັນ.

May be an image of 2 people, dais and text

ເຖິງຢ່າງໃດກໍຕາມ, ການຮ່ວມມືເພື່ອການພັດທະນາ, ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ ຍັງເປັນທ່າອ່ຽງລວມ ຂອງປະຊາຊາດ ເຫັນໄດ້ຈາກສະພາບເສດຖະກິດ-ການເງິນ ໃນຫລາຍປະເທດ ແລະ ພາກພື້ນ ພວມໄດ້ຮັບການແກ້ໄຂ, ມີທ່ວງທ່າໝັ້ນທ່ຽງດີຂຶ້ນ, ໂດຍສະເພາະແມ່ນປະຊາຄົມອາຊຽນ ມີຄວາມຄືບໜ້າ ແລະ ປະສົບຜົນສໍາເລັດຕາມຄາດໝາຍ ໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ກໍຄື ແຜນແມ່ບົດວ່າດ້ວຍ ການເຊື່ອມຈອດ 2025 ແລະ ແຜນປະຕິບັດງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ.

May be an image of 13 people, dais and text that says 'AIPA AIPA45 45 PARLIRMENTARY TH 45th GENERAL ASSEMBLY OF THE ASEAN INTER-PARLIAMENTARY INTER-PA ASSEMBLY 17-23 O 2024 VIENTIANE, LAO PEOPLE'S DEMOCRATIC REPUBLIC AIPA USu'

ໄອປາ ໃນນາມທີ່ເປັນອົງການນິຕິບັນຍັດ ແລະ ເປັນຕົວແທນແຫ່ງລັດ ຂອງປະຊາຊົນປະເທດສະມາຊິກອາຊຽນ ມີຈຸດປະສົງເພື່ອຊຸກຍູ້ພາລະກິດລວມຂອງອາຊຽນ ໃຫ້ບັນລຸຜົນປະໂຫຍດຕາມເປົ້າໝາຍທີ່ວາງໄວ້. ກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45 ນີ້ ໄດ້ກໍານົດ ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ແມ່ນສອດຄ່ອງກັບ ຄຳຂວັນປະທານອາຊຽນຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍສຸມໃສ່ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ໃນປີ 2025.

May be an image of 5 people, dais and text

ເພື່ອເຮັດໃຫ້ພາກພື້ນມີການເຊື່ອມຈອດ ແລະ ເຂັ້ມແຂງ, ທັງເປັນການຊຸກຍູ້ສົ່ງ ເສີມຄວາມພະຍາຍາມ ຂອງບັນດາປະເທດສະມາຊິກອາຊຽນ ໃນການບັນລຸເປົ້າໝາຍ ດ້ານການພັດທະນາພື້ນຖານໂຄງລ່າງ ແລະ ລະບຽບການຕ່າງໆທີ່ມີການເຊື່ອມຈອດ ທາງດ້ານການຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ ແລະ ອື່ນໆ. ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການຜະລິດ, ການບໍລິການ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນອາຊຽນໃຫ້ຫລາຍຂຶ້ນ, ການເຊື່ອມໂຍງທາງດ້ານເສດຖະກິດ, ການຮັດແຄບ ຄວາມແຕກໂຕນທາງດ້ານການພັດທະນາ, ສ້າງເສດຖະກິດອາຊຽນມີຄວາມເຂັ້ມແຂງ, ເປີດກວ້າງ, ປະຊາຄົມມີຄວາມສາມັກຄີປອງດອງ, ມີການພັດທະນາທີ່ເທົ່າທຽມກັນ ແລະ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນ ກັບຄູ່ຮ່ວມມືພາຍນອກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ.

May be an image of 3 people, dais and text

ໃນໄລຍະດໍາເນີນກອງປະຊຸມສະມັດຊາໃຫຍ່ໄອປາ ຈະມີກອງປະຊຸມບັນດາກຳມາທິການປະຈຳຕ່າງໆ ທີ່ຈະໄດ້ລົງເລິກຄົ້ນຄວ້າ, ປຶກສາຫາລື ບັນດາເນື້ອໃນ ແລະ ຮ່າງມະຕິ ໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ ແລະ ວຽກງານພາຍໃນ ຂອງໄອປາ. ນອກຈາກນີ້, ຍັງຈະມີກອງປະຊຸມລະຫວ່າງ ໄອປາ ກັບ ລັດຖະສະພາປະເທດສັງເກດການ ເພື່ອຊອກຫາຊ່ອງທາງໃນການຮ່ວມມືກັນ ແລະ ວິທີແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆຮ່ວມກັນ, ສະໜັບສະໜູນບັນດາເປົ້າໝາຍອາຊຽນ ແນໃສ່ຮັບປະກັນການເຊື່ອມໂຍງ ແລະ ການເຕີບໂຕແບບກວມລວມ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...