Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ໄຊເສດຖາ ຈັບ​ຜູ້​ຄ້າຢາ​ເສບ​ຕິດ ພ້ອມ​ຂອງ​ກາງ​ຢາ​ບ້າ 450 ເມັດ!

ປກສ ໄຊເສດຖາ ຈັບ​ຜູ້​ຄ້າຢາ​ເສບ​ຕິດ ພ້ອມ​ຂອງ​ກາງ​ຢາ​ບ້າ 450 ເມັດ!

Published on

999 001

 

ຈົ້າໜ້າ​ທີ່ ປກສ ​ເມືອງ​ໄຊ​ເສດ​ຖາ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 30 ກັນຍາ​ຜ່ານ​ມາ, ທ້າວ ທອງ​ສະຫວັນ ຫລື ບີ້ ອາຍຸ 25 ປີ

ຢູ່​ບ້ານ​ໂພນ​ສະຫວ່າງ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຊື້ຢາ​ບ້າ​ນຳ​ທ້າວ ສຸລິຍາ ຫລື ຫວຽດ ອາຍຸ 28

ປີ ຢູ່​ບ້ານ​ດຽວ​ກັນ ຈຳນວນ 2 ຖົງ ລວມມີ 450 ​ເມັດ ​ແລະ ​ແຖມ​ຢາ​ໄອ​ໃຫ້ 1 ຖົງ​ນ້ອຍ. ມາ​ຮອດ​ວັນ​ທີ 2 ຕຸລາ​

ຜ່ານ​ມາ, ຈຶ່ງ​ສາມາດເຂົ້າຈັບ​ກຸມ​ຜູ້ ກ່ຽວ​ໄດ້​ຢູ່​ບ້ານ​ວັງຊາ​ຍ ​ເມືອງ​ໄຊ​ເສດ​ຖາ ພ້ອມ​ຂອງ​ກາງ​ຢາ​ບ້າ 50 ​ເມັດ, ຢາ​

ໄອ 1 ຖັງ​ນ້ອຍ​. ຜ່ານ​ການ​ສືບສວນ- ສອບ​ສວນ​ໄດ້​ຕິດຕາມ​ຜູ້​ຊັດ​ທອດ​ຄື​ທ້າວ ສຸລະ​ຍາ ​ເຊິ່ງຜູ້​ຖືກ​ຫາ​ລາຍ​ນີ້ຮັບ​

ສາລະ ພາບ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຮ່ວມ​ກັບ​ທ້າວ ທອງ​ສະຫວັນ ຊື້-ຂາຍ​ຢາ​ບ້າ​ນຳ​ກັນ​ແທ້, ສ່ວນ​ຢາ​ບ້າ​ທີ່​ຕົນ​

ເອົາ​ມາ​ຂາຍ​ໃຫ້​ທ້າວ ທອງ​ສະຫວັນ ນັ້ນ​ແມ່ນ​ຊື້ນຳ​ທ້າວ ມີ ອາ ຍຸ 24 ປີ ຢູ່​ບ້ານ​ທາດຫລວງ ເມືອງ​ໄຊ​ເສດ​ຖາມາ

​ຫລາຍ​ຄັ້ງ​ແລ້ວ.

 

ນອກຈາກ​ນີ້, ທ້າວ ສຸລິຍາ ຍັງ​ໄດ້​ຂາຍ​ຢາ​ບ້າ​ໃຫ້​ກັບ​ທ້າວ ແຫລວ ຢູ່ບ້ານ​ໂຊກ​ຄຳ ​ເມືອງ​ໄຊ​ເສດ​ຖາ ຈຳນວນ 2 ຄັ້ງ,

ຄັ້ງ ລະ​ 1 ຖົງ (ລວມ 400 ​​ເມັດ). ພໍ​ຮອດ​ທ້າຍ​ເດືອນ​ສິງຫາ 2014 ທ້າວ ແຫລວ ​ໄດ້​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາ​ດຳ

​ເນີນ​ຄະດີ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...