Homeຂ່າວຕ່າງປະເທດLiam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

Published on

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31 ປີຫຼັງເກີດອຸບັດເຫດຕົກລົງຈາກຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງໃນນະຄອນບູໂນສໄອເຣສ ໃນປະເທດອາເຈນຕີນ່າ ໃນຕອນແລງ ວັນທີ 16 ຕຸລາ 2024 ຜ່ານມາ.

เลียม เพย์น อดีตสมาชิกวง “วันไดเรกชั่น” พลัดตกจากโรงแรม-เสียชีวิตในวัย 31 ปี

ເພນ ເລີ່ມເຂົ້າສູ່ວົງການດົນຕີ ໃນປີ 2008 ຫຼັງຈາກເຂົ້າຮ່ວມການປະກວດຮ້ອງເພງ ໃນລາຍການ (The X Factor) ແຕ່ບໍ່ຜ່ານການຕັດສິນ, ຈາກນັ້ນ ເພນໄດ້ກັບມາເປີດຕົວອີກຄັ້ງ ກັບອະດີດເພື່ອນຮ່ວມວົງເຊັ່ນ: Niall Horan, Harry Styles, Louis Tomlinson ແລະ Zayn Malik ໂດຍໃຊ້ຊື່ວ່າ: ‘One Direction’ ໃນປີ 2010 ຈົນມີຊື່ສຽງໄປທົ່ວໂລກ.

ສຳລັບວົງ One Direction ໄດ້ຢຸດຕິການເຄື່ອນໄຫວໃນປີ 2016 ແລະ ໄດ້ແຍກຍ້າຍກັນເຮັດຕາມຄວາມຝັນຂອງໃຜລາວ ສ່ວນ ເພນ ໄດ້ປ່ອຍເພງທຳອິດອອກມາໃນປີ 2017 ຊື່ວ່າ: ‘Strip That Down’ ເຊິ່ງຂຶ້ນຕິດອັນດັບ 3 ຂອງອັງກິດ.

One Direction ຖືວ່າເປັນໜຶ່ງໃນວົງດົນຕີທີ່ປະສົບຜົນສຳເລັດຫຼາຍທີ່ສຸດ ມີອາລະບຳອັນດັບໜຶ່ງຂອງອັງກິດ 4 ອະລາບຳ ແລະ ເພງອັນດັບໜຶ່ງຂອງອັງກິດອີກ 4 ເພງ ລວມເຖິງການຕິດອັນດັບໜຶ່ງໃນທົ່ວໂລກ. ທັງມີຍອດຈຳໜ່າຍກວ່າ 70 ລ້ານແຜ່ນສຽງ ແລະ ຂາຍບັດຄອນເສີດໝົດໃນການສະແດງທົ່ວໂລກ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...