spot_img
Homeຂ່າວພາຍ​ໃນກັກຕົວຊາຍ! ຂໍ້ຫາເສບ-ຂາຍ ພ້ອມຍຶດຢາບ້າ 48 ເມັດ-ຢາຝີ່ນ 2,5 ກິໂລ

ກັກຕົວຊາຍ! ຂໍ້ຫາເສບ-ຂາຍ ພ້ອມຍຶດຢາບ້າ 48 ເມັດ-ຢາຝີ່ນ 2,5 ກິໂລ

Published on

ພາຍຫຼັງເຈົ້າໜ້າທີ່ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຢູ່ເຮືອນຂອງ ທ້າວ ລີທອນ, ອາຍຸ 45 ປີ, ປະຊາຊົນຢູ່ບ້ານຫ້ວຍຫຼວງ, ເມືອງລອງ ແຂວງຫຼວງນ້ຳທາ ມີການພົວພັນຊື້-ຂາຍ ແລະ ມີຢາເສບຕິດໄວ້ໃນຂອບຄອງ; ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ລົງຕິດຕາມເປົ້າໝາຍ ແລະ ພິສູດເຫັນວ່າ: ມີມູນຄວາມຈິງ ຈຶ່ງໄດ້ປະສານສົມທົບກັບ ອົງການໄອຍະການ ປະຊາຊົນເຂດ II ປະຈຳເມືອງລອງ ແລະ ການຈັດຕັ້ງພາກສ່ວນທີ່ກ່ຽວຂ້ອງ ລົງກວດຄົ້ນເຮືອນຂອງ ທ້າວ ລີທອນ ພົບເຫັນຢາເສບຕິດ ປະເພດຢາບ້າ ຈຳນວນ 84 ເມັດ ຊຸກເຊືອງໄວ້ຢູ່ເຮືອນຄົວ ແລະ ພົບຢາຝິ່ນ 5 ຫໍ່ ເທົ່າກັບ 2,5 ກິໂລກຼາມ ຢູ່ຫ້ອງນອນ, ຕໍ່ກັບຂອງກາງຄະດີ ເຈົ້າໜ້າທີ່ໄດ້ຢຶດ ພ້ອມທັງກັກເອົາຜູ້ກ່ຽວ ມາດໍາເນີນການສອບສວນ.
May be an image of sushi
ຜ່ານການສືບສວນ-ສອບສວນ, ທ້າວ ລີທອນ ຮັບສາລະພາບວ່າ: ຢາບ້າ 84 ເມັດ ແລະ ຢາຝິ່ນ 5 ຫໍ່ ທີ່ເຈົ້າໜ້າທີ່ກວດພົບນັ້ນ ແມ່ນຂອງຜູ້ກ່ຽວແທ້, ຢາບ້າ ແມ່ນໄດ້ພົວພັນຊື້ນຳຄູ່ຮ່ວມຂະບວນການດຽວກັນຢູ່ ບ້ານຊຽງກົກ, ເມືອງລອງ, ແຂວງຫຼວງນ້ຳທາ ເພື່ອນຳມາເສບ ແລະ ຂາຍຍ່ອຍ; ສ່ວນຢາຝິ່ນ ແມ່ນຜູ້ກ່ຽວໄດ້ລັກລອບປູກເອງ ແລະ ເກັບກູ້ໃນປີຜ່ານມາ ແຕ່ຍັງບໍ່ໄດ້ຂາຍເທື່ອ. ປັດຈຸບັນນີ້, ເຈົ້າໜ້າທີ່ກຳລັງດຳເນີນການສືບສວນ-ສອບສວນ ເພື່ອຄົ້ນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຄາມກົດໝາຍ.
 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...