Homeຂ່າວພາຍ​ໃນເຈົ້າໜ້າທີ່ລົງກວດກາສິນຄ້າໝົດອາຍຸ ຢູ່ຕະຫຼາດນັດບຸນອອກພັນສາ ທີ່ແຂວງໄຊຍະບູລີ

ເຈົ້າໜ້າທີ່ລົງກວດກາສິນຄ້າໝົດອາຍຸ ຢູ່ຕະຫຼາດນັດບຸນອອກພັນສາ ທີ່ແຂວງໄຊຍະບູລີ

Published on

ວັນທີ 14 ຕຸລາ 2024 ຜ່ານມາ, ເຈົ້າໜ້າທີ່ກວດກາ ການຄ້າເມືອງໄຊຍະບູລີ ສົມທົບກັບອະນຸກຳມະການເສດຖະກິດ ເທສະການບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2024 ລົງກວດກາສິນຄ້າໝົດອາຍຸຢູ່ຕະຫຼາດນັດ ໃນເທສະການດັ່ງກ່າວໂດຍມີ ທ່ານ ສົມຈິດ ຮັງເຊັງຊົວ ຮອງເຈົ້າເມືອງໄຊຍະບູລີ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

No photo description available.

ໃນການລົງກວດກາໃນຄັ້ງນີ້, ເຈົ້າໜ້າທີ່ການຄ້າ ເມືອງໄຊຍະບູລີ ໄດ້ລົງກວດກາສິນຄ້າທີ່ໝົດອາຍຸ ຢູ່ຕາມ ຮ້ານທີ່ຂາຍໃນບຸນອອກພັນສາ, ຜ່ານການກວດກາສິນຄ້າ ໄດ້ພົບເຫັນສິນຄ້າໝົດອາຍຸ ເປັນຕົ້ນ ເຂົ້າໜົມ ແລະ ເຄື່ອງດື່ມ ໂດຍເຈົ້າໜ້າທີ່ກໍໄດ້ເກັບມາທຳລາຍຖິ້ມ. ພ້ອມນີ້, ທີມງານອະນຸກຳມະການເສດຖະກິດ ແລະ ເຈົ້າໜ້າທີ່ ການຄ້າເມືອງ ຍັງໄດ້ເຮັດບົດບັນທຶກກັບເຈົ້າຂອງຮ້ານທີ່ຂາຍເຄື່ອງ.

May be an image of 3 people

ນອກນີ້, ຍັງໄດ້ກຳນົດສະຖານທີ່ຂາຍເຄື່ອງເພິ່ມເຕີມຄື: ເລີ່ມແຕ່ຫຼັກມ້າລາຍລົງຮອດນ້ຳຮຸ່ງ ແມ່ນບໍ່ອານຸຍາດໃຫ້ເຈົ້າຂອງຮ້ານປູສາດ, ຈັດໂຕະ, ຕັ່ງໄວ້ ເດັດຂາດ ເພາະບໍລິເວນດັ່ງກ່າວ ແມ່ນໄດ້ສະຫງວນໄວ້ໃຫ້ມວນຊົນນັ່ງຊົມ, ນັ່ງເຊຍໃນການແຂ່ງຂັນເຮືອຊ່ວງ; ໃນລະຫວ່າງວັນທີ 17-18 ຕຸລາ 2024 ເປັນມື້ແຂ່ງຂັນເຮືອຊ່ວງເພດຍິງ ແລະ ເພດຊາຍ.

May be an image of 6 people and text

ຖ້າຫາກເຫັນເຈົ້າຂອງຮ້ານ ເອົາສາດໄປປູ ແລະ ຈັດໂຕະຕັ່ງ ເພື່ອເອົາອາຫານ ແລະ ເຄື່ອງດື່ມ ໄປວາງຂາຍຢູ່ໃນພື້ນທີ່ສະຫງວນໃຫ້ຜູ້ຊົມ ຜູ້ເຊຍຕາມແຄມນ້ຳ 2 ຟາກຟັ່ງ ແມ່ນຈະໄດ້ຢຶດເອົາອຸປະກອນຕ່າງໆ, ພ້ອມທັງອາຫານ ແລະ ເຄື່ອງດື່ມທັງໝົດທີ່ ວາງຂາຍຢູ່ສະຖານທີ່ດັ່ງກ່າວ ແລະ ຈະຖືກປັບໃໝ ແຕ່ 2.000.000 ຫາ 5.000.000 ກີບ, ຖ້າຫາກເຈົ້າ ຂອງຮ້ານຍັງລະເມີດຄັ້ງຕໍ່ໄປແມ່ນຈະໃຫ້ຢຸດເຊົາຂາຍເຄື່ອງທັນທີ ແລະ ມອບໃຫ້ເຈົ້າໜ້າທີ່ ປກສ ເມືອງດຳເນີນ ຕາມກົດໝາຍ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...