spot_img
Homeຂ່າວພາຍ​ໃນແຂວງສະຫວັນນະເຂດ ຈູດທໍາລາຍຢາເສບຕິດຫຼາຍຊະນິດ ຈຳນວນມະຫາສານ

ແຂວງສະຫວັນນະເຂດ ຈູດທໍາລາຍຢາເສບຕິດຫຼາຍຊະນິດ ຈຳນວນມະຫາສານ

Published on

ວັນທີ 11 ຕຸລາ 2024 ທີ່ສະໜາມກິລາຫຼັກ 4 ແຂວງສະຫວັນນະເຂດ ຈັດພິທີທຳລາຍຢາເສບຕິດ ໃນໂອກາດວັນແຫ່ງ ຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 23 ປີ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ.

May be an image of 9 people, fire, lumberyard and text

ໃນພິທີຍັງໄດ້ມີການຈູດທຳລາຍຢາເສບຕິດທີ່ຖຶກສານຕັດ ສິນຄະດີແລ້ວ ລວມມີ: ຢາບ້າຈຳນວນ 252,594 ເມັດ ,ນ້ຳໜັກ 36 ກິໂລກຣາມ 227,93 ກຣາມ, ເຮໂຣອິນຈຳນວນ 1 ແທ່ງນ້ຳໜັກ 369.042 ກຣາມ, ຢາໄອ 2 ຖົງໃຫ່ຍ 2 ຖົງກາງ 25 ຖົງນ້ອຍ, ນ້ຳໜັກ 2 ກິໂລກຣາມ 85,743 ກຣາມ, ຢາອີຈຳນວນ 92 ເມັດນ້ຳໜັກ 39.914 ກຣາມ, ຄັນຊາແຫ້ງຈຳນວນ 606 ແທ່ງ10 ໂຄ້ນ ນ້ຳໜັກ 640 ກິໂລກຣາມ 650 ກຣາມ ແລະ ຢາສູບໄຟຟ້າ ຈຳນວນ 20 ອັນ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...