spot_img
Homeຂ່າວພາຍ​ໃນລາວ-ການາດາ ຈະເປີດສະຖານທູດການາດາ ປະຈໍາ ສປປ ລາວ

ລາວ-ການາດາ ຈະເປີດສະຖານທູດການາດາ ປະຈໍາ ສປປ ລາວ

Published on

ໃນວັນທີ 10 ຕຸລາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ພົບປະສອງຝ່າຍກັບທ່ານ ຈັສຕິນ ທຣູໂດ (Justin Trudeau) ນາຍົກລັດຖະມົນຕີແຫ່ງການາດາ ໃນໂອກາດມາເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ການາດາ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ນະຄອນຫຼວງວຽງຈັນ.

May be an image of 2 people

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບ ແລະ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບກັບທ່ານ ຈັສຕິນ ທຣູໂດ ໃນຄັ້ງນີ້ຖືເປັນການພົບປະຄັ້ງທຳອິດ ຊຶ່ງເປັນຂີດໝາຍສຳຄັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ການາດາ ພາຍຫຼັງສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ຄົບຮອບ 50 ປີ.

May be an image of 8 people, dais and text

ໂອກາດດຽວກັນນີ້, ທ່ານ ຈັສຕິນ ທຣູໂດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ສປປ ລາວ, ຊົມເຊີຍການເປັນປະທານອາຊຽນຂອງ ສປປ ລາວ, ຕີລາຄາສູງການພົວພັນຮ່ວມມືອັນດີລະຫວ່າງການາດາ-ລາວ ພ້ອມທັງຢືນຢັນຄວາມໝາຍໝັ້ນຂອງການາດາທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

May be an image of 1 person and text

ທ່ານນາຍົກ ການາດາ ຍັງໄດ້ແຈ້ງໃຫ້ຊາບວ່າ ໃນໂອກາດ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ການາດາ, ການາດາຈະເປີດສະຖານເອກອັກຄະລັດຖະທູດການາດາປະຈໍາ ສປປ ລາວ ແນໃສ່ເພື່ອເສີມຂະຫຍາຍສາຍພົວພັນລະຫວ່າງພາກປະຊາຊົນກັບປະຊາຊົນ ແລະ ສົ່ງເສີມການຮ່ວມມືດ້ານການຄ້າ-ການລົງທຶນຂອງສອງປະເທດ ກໍຄືການຄ້າເສລີໃນອາຊຽນ.

May be an image of 2 people and text

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ການາດາ ທີ່ຈະເປີດສະຖານເອກອັກຄະລັດຖະທູດການາດາປະຈໍາ ສປປ ລາວ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານການາດາທີ່ອໍານວຍຄວາມສະດວກແກ່ພົນລະເມືອງສັນຊາດລາວດຳລົງຊີວິດຢູ່ການາດາ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...