Homeຂ່າວພາຍ​ໃນລາວ-ຍີ່ປຸ່ນ ສືບຕໍ່ຮ່ວມມືກັນ 3 ດ້ານ ຂະຫຍາຍສາຍພົວພັນສອງຊາດ

ລາວ-ຍີ່ປຸ່ນ ສືບຕໍ່ຮ່ວມມືກັນ 3 ດ້ານ ຂະຫຍາຍສາຍພົວພັນສອງຊາດ

Published on

ໃນວັນທີ 11 ຕຸລາ 2024 , ພະນະທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີຍີ່ປຸ່ນທີ່ເດີນທາງມາຢ້ຽມຢາມສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຢ່າງເປັນທາງການເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມພິທີຕ້ອນຮັບທີ່ຈັດໂດຍພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສ.ປ.ປ ລາວ ແລະ ໄດ້ເປີດກອງປະຊຸມສຸດຍອດລາວ-ຍີ່ປຸ່ນ, ເນື້ອໃນຂອງກອງປະຊຸມມີດັ່ງຕໍ່ໄປນີ້

May be an image of 2 people and text

ທ່ານ ສອນໄຊ ໄດ້ກ່າວຕ້ອນຮັບທ່ານ ອິຊິບະ ທີ່ມາຢ້ຽມຢາມປະເທດລາວຢ່າງເປັນທາງການໂດຍເປັນປະເທດທຳອິດທີ່ໄປຢ້ຽມຢາມຫຼັງຈາກເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີ, ໄດ້ກ່າວວ່າຢາກຮ່ວມມືກັບທ່ານ ອິຊິບະ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມກັນນັ້ນກໍໄດ້ສະແດງຄວາມເສົ້າສະຫຼົດໃຈກ່ຽວກັບເຫດການແຜ່ນດິນໄຫວທີ່ແຫຼມໂນໂຕະ.

May be an image of 5 people

ຕໍ່ຄຳເຫັນດັ່ງກ່າວ, ທ່ານ ອິຊິບະ ໄດ້ກ່າວວ່າຮູ້ສຶກປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ມາຢ້ຽມຢາມປະເທດລາວໃນທັນທີຫຼັງຈາກເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີ ແລະ ໄດ້ສະແດງຄວາມເສຍໃຈຕໍ່ກັບຜູ້ທີ່ປະສົບໄພຈາກພາຍຸໄຕ້ຝຸ່ນຢາກິທີ່ຜ່ານມາບໍ່ດົນນີ້. ຍີ່ປຸ່ນຈະສືບຕໍ່ສະໜັບສະໜູນພ້ອມການປະກັນໄພພິບັດ ແລະ ການສຳຮອງເຂົ້າສານເວລາສຸກເສີນ. ພ້ອມກັນນັ້ນ, ຍັງໄດ້ສະແດງຄວາມຂອບໃຈຕໍ່ພະນະທ່ານ ສອນໄຊ ທີ່ໄດ້ສຸມເຫື່ອແຮງຢ່າງເຕັມທີ່ໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນ.

May be an image of 6 people

ທ່ານ ອິຊິບະ ໄດ້ສະແດງຄວາມປະສົງທີ່ຈະຈັດຕັ້ງປະຕິບັດການຮ່ວມມືເພື່ອເພີ່ມທະວີການເຊື່ອມຈອດລະຫວ່າງປະເທດລາວກັບເສດຖະກິດໃນພາກພື້ນ ແລະ ເພີ່ມທະວີຄວາມເຂັ້ມແຂງຂອງປະເທດລາວເປັນຕົ້ນຕໍ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດລາວໃຫ້ເປັນແບບກຸ້ມຕົນເອງ ແລະ ມີຄຸນະພາບສູງ ແລະ ການສ້າງສະຖຽນລະພາບທາງດ້ານການເງິນ ໂດຍຜ່ານການຮ່ວມມືຄື: (1) ການຮ່ວມມືເພື່ອສົ່ງເສີມການປ່ອຍກາສກາກບອນດີອົກຊິດເປັນສູນຈາກການເພີ່ມທະວີການເຊື່ອມຈອດດ້ານໄຟຟ້າກັບປະເທດອ້ອມຂ້າງ ແລະ ພະລັງງານໄຟຟ້າສະອາດຂອງລາວ ລວມທັງພິຈາລະນາການຮ່ວມມືແບບສ້າງຮ່ວມກັນ (ການເຊື່ອມຈອດດ້ານໄຟຟ້າ), (2) ການເສີມຂະຫຍາຍສະໜາມບິນສາກົນວັດໄຕ ແລະ ສ້ອມແປງທາງແວ່ (taxiway) (ການເຊື່ອມຈອດດ້ານວັດຖຸ), (3) ການຈັດຕັ້ງປະຕິບັດການເກັບກູ້ລະເບີດບໍ່ທັນແຕກ ແລະ ການຮ່ວມມືເພື່ອປ້ອງກັນໄພພິບັດ (ຄວາມເຂັ້ມແຂງທາງເສດຖະກິດ-ສັງຄົມ).

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...