spot_img
Homeຂ່າວພາຍ​ໃນແຂວງອຸດົມໄຊ ຈູດທຳລາຍຢາເສບຕິດຫຼາຍປະເພດ ຈຳນວນມະຫານສານ

ແຂວງອຸດົມໄຊ ຈູດທຳລາຍຢາເສບຕິດຫຼາຍປະເພດ ຈຳນວນມະຫານສານ

Published on

ວັນທີ 11 ຕຸລານີ້ ທີ່ສະໜາມກິລາແຂວງ ອົງການການປົກຄອງແຂວງ ສົມທົບກັບ ປກສແຂວງ, ພາກສ່ວນຕ່າງໆ ພາຍໃນແຂວງອຸດົມໄຊ ໄດ້ຈັດພິທີຈູດທຳລາຍຢາເສບຕິດ, ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ (12 ຕຸລາ 2001–12 ຕຸລາ 2024) ໂດຍມີ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ປະທານຄະນະກຳມະການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນແຂວງ, ມີ ເຈົ້າໜ້າທີ່ ປກຊ, ປກສ, ພະແນກການ, ອົງການ, ພາກສ່ວນທຸລະກິດ, ນັກສຶກສາ ຕະຫຼອດຮອດມວນຊົນພາຍໃນເທດສະບານແຂວງອຸດົມໄຊ ເຂົ້າຮ່ວມ.

ອາດເປັນຮູບພາບຂອງ 6 ຄົນ, ລານເກັບໄມ້ໄວ້ຂາຍ ແລະ ຂໍ້ຄວາມທ່ານ ພັທ ບຸນຮັກ ໄຊຍະຕິ ຫົວຫນ້າຫ້ອງຕຳຫຼວດ, ກອງບັນຊາການ ປກສ ແຂວງ ລາຍງານວ່າ: ຢາເສບຕິດທີ່ນຳມາຈູດທຳລາຍຄັ້ງນີ້ ແມ່ນຢາເສບຕິດທີ່ສານປະຊາຊົນໄດ້ຕັດສິນສຳເລັດແລ້ວ ໃນນັ້ນ ມີ: ເຮໂຣອິນ ນໍ້າໜັກ 752,3 ກຣາມ; ຢາບ້າ ຈຳນວນ 10,526,853 ເມັດ, ນໍ້າໜັກ 1,190 ກິໂລກຣາມ; ແປ້ງຝຸ່ນ ນ້ຳໜັກ 7,1 ກີໂລກຣາມ; ກາເຟອິນ ນໍ້າໜັກ 5,8 ກິໂລກຣາມ; ຢາຝິ່ນ ນໍ້າໜັກ 354,5 ກຣາມ; ຢາສູບໄຟຟ້າ 25 ກອກ. ເພື່ອນຳມາທຳລາຍຖິ້ມ ຕາມລະບຽບກົດໝາຍ.

ອາດເປັນຮູບພາບຂອງ 5 ຄົນ, ໄຟ ແລະ ຂໍ້ຄວາມການຈູດທຳລາຍຢາເສບຕິດໄດ້ຍົກໃຫ້ຮູ້ເຖິງ ສະພາບການລະບາດຂອງຢາເສບຕິດທີ່ແຜ່ລາມຢ່າງກ້ວາງຂວາງ ຈາກຕົວເມືອງ ໄປສູ່ຊົນນະບົດ ກາຍເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງຂອງຊາດ, ບ້ານ, ເມືອງ ແລະ ສັງຄົມ ທັງເປັນອຸປະສັກ ກົດໜ່ວງຖ່ວງດຶງ ການສ້າງສາພັດທະນາປະເທດຊາດ ນຳຄວາມເສຍຫາຍມາສູ່ຄອບຄົວ, ຄົນຮຸ່ນສືບທອດ ແລະ ປະຊາຊົນລາວບັນດາເຜົ່າ.

ຂ່າວ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...